ທ່ານ ພົນຈັດຕະວາ ຟ້າມແມ້ງຮ່າ ຫົວໜ້າກົມຮັກສາສັນຕິພາບ ສປຊ ແລະ ທ່ານ Bernard Philip, ຫົວໜ້າກົມນະໂຍບາຍສາກົນ ອົດສະຕາລີ, ໄດ້ລົງນາມໃນແຜນການຜັນຂະຫຍາຍຂໍ້ຕົກລົງຄູ່ຮ່ວມມືຮັກສາສັນຕິພາບ ໄລຍະ 2025 – 2027

ເພື່ອແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດດ້ານປ້ອງກັນຊາດ, ຕັ້ງໜ້າຮ່ວມມືສາກົນກ່ຽວກັບການປ້ອງກັນຊາດ, ເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໃນນັ້ນ ມີການເຄື່ອນໄຫວຮັກສາສັນຕິພາບ ສປຊ, ວັນທີ 28 ກໍລະກົດ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ອົດສະຕາລີ, ທ່ານ ພົນຈັດຕະວາ ຟ້າມແມ້ງຮ່າ ຫົວໜ້າກົມຮັກສາສັນຕິພາບ ສປຊ ແລະ ທ່ານ Bernard Philip, ຫົວໜ້າກົມນະໂຍບາຍສາກົນ ອົດສະຕາລີ, ໄດ້ລົງນາມໃນແຜນການຜັນຂະຫຍາຍຂໍ້ຕົກລົງຄູ່ຮ່ວມມືຮັກສາສັນຕິພາບ ໄລຍະ 2025 – 2027.

ແຜນການດັ່ງກ່າວໄດ້ກຳນົດວ່າ ບັນດາຂົງເຂດບຸລິມະສິດຮ່ວມມືໃນໄລຍະຈະມາເຖິງ, ລວມມີ: ຈັດຕັ້ງບັນດາຊຸດຝຶກອົບຮົມລົງເລິກ, ແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການເຂົ້າຮ່ວມຂອງທະຫານເພດຍິງ ແລະ ສົມທົບກັນຝຶກຊ້ອມກຳລັງຮັກສາສັນຕິພາບກະກຽມເດີນທາງເຂົ້າຮ່ວມຄະນະຮັກສາສັນຕິພາບ.

ບັນຍາກາດການເຮັດວຽກ

ກ່ອນໜ້ານັ້ນ, ໃນການເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ການຊາບກ່ຽວກັບສະພາບການ ແລະ ໝາກຜົນການຜັນຂະຫຍາຍການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງກັນ, ຢັ້ງຢືນຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນຂອບເຂດຫຼາຍຝ່າຍ. ສອງຝ່າຍກໍເຫັນດີເປັນເອກະພາບຊຸກຍູ້ບັນດາການເຄື່ອນໄຫວແທດຈິງກວ່າໃນຂອບເຂດໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ແລະ ຍູ້ໄວຄວາມຄືບໜ້າຮັບຮອງເອົາບັນດາຫຼັກສູດຝຶກຊ້ອມກຳລັງຮັກສາສັນຕິພາບ ໂດຍ ຫວຽດນາມ ຈັດຕັ້ງ ບັນລຸມາດຕະຖານ ສປຊ.