ທ່ານ Sous Yara ປະທານກຳມາທິການພົວພັນຕ່າງປະເທດ - ຮ່ວມມືສາກົນ ແລະ ຖະແຫຼງຂ່າວ ສະພາແຫ່ງຊາດ ກຳປູເຈຍ ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ (ພາບ: VOV) |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ (2/9/1945-2/9/2025), ທ່ານ Sous Yara ປະທານກຳມາທິການພົວພັນຕ່າງປະເທດ - ຮ່ວມມືສາກົນ ແລະ ຖະແຫຼງຂ່າວ ສະພາແຫ່ງຊາດ ກຳປູເຈຍ ໄດ້ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ໃນນັ້ນຢັ້ງຢືນບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງປະທານ ໂຮ່ຈີມິນ ໄດ້ກຳນົດທິດ ແລະ ນຳ ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດອັນຍິ່ງໃຫຍ່ຄືໃນປັດຈຸບັນ.
ເມື່ອຕີລາຄາກ່ຽວກັບບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ໃນໄລຍະ 80 ປີຜ່ານມາ, ທ່ານ Sous Yara ໃຫ້ຮູ້ວ່າ: ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ຫວຽດນາມ, ການຕໍ່ສູ້ຍາດເອົາເອກະລາດຊົນຊາດຂອງປະຊາຊົນ ຫວຽດນາມ ຍາດໄດ້ໄຊຊະນະຫຼາຍຢ່າງ, ການປະຕິວັດເດືອນສິງຫາ 1945 ໄດ້ມ້າງທຳລາຍແອກປົກຄອງຂອງລັດທິຫົວເມືອງຂຶ້ນ, ຢຸດຕິການຄົງຕົວຂອງລະບອບສັກດີນາ, ລົບລ້າງຊົນຊັ້ນຂ້າທາດ, ຍາດໄດ້ພື້ນຖານເອກະລາດຊົນຊາດ, ດ້ວຍໄຊຊະນະຂອງບັ້ນຮົບຊາຍແດນປີ 1950.ບັ້ນຮົບ ດຽນບຽນຝູປີ 1954 ໄດ້ກ້າວໄປເຖິງການເຊັນສັນຍາ ເຊີແນວ ແລະ ມະຫາໄຊ ລະດູບານໃໝ່ 1975. ນີ້ແມ່ນສິ່ງພິສູດໃຫ້ເຫັນບົດບາດຮອບດ້ານຂອງພັກກອມມູນິດ ທີ່ນຳ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ.

