ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Sang-Hyup Kim, ຜູ້ອຳນວຍການໃຫຍ່ສະຖາບັນການເຕີບໂຕສີຂຽວທົ່ວໂລກ (GGGI) (ພາບ: VOV)

ຕອນເຊົ້າວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 ຄັ້ງທີ 4 (P4G), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Sang-Hyup Kim, ຜູ້ອຳນວຍການໃຫຍ່ສະຖາບັນການເຕີບໂຕສີຂຽວທົ່ວໂລກ (GGGI).

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງບົດບາດຂອງສະຖາບັນເຕີບໂຕສີຂຽວທົ່ວໂລກ ໃນການຊຸກຍູ້ຍຸດທະສາດການເຕີບໂຕສີຂຽວ, ບັນດາແຜນການກະທຳ ແລະ ຫັນປ່ຽນເພື່ອແນໃສ່ບັນລຸການປ່ອຍອາຍພິດລົງລະດັບ 0. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຊຸກຍູ້, ໜູນຊ່ວຍສ້າງເງື່ອນໄຂໃຫ້ແກ່ບັນດາອົງການ, ວິສາຫະກິດ, ປະຕິບັດໂຄງການຢູ່ ຫວຽດນາມ.

ສ່ວນທ່ານ Sang-Hyup Kim, ຜູ້ອຳນວຍການໃຫຍ່ ສະຖາບັນການເຕີບໂຕສີຂຽວທົ່ວໂລກ (GGGI), ເນັ້ນໜັກວ່າ GGGI ປາດຖະໜາຢາກມີການພົວພັນຄູ່ຮວ່ມມືທີ່ນັບມື້ນັບແຮງກ່ວາອີກກັບບັນດາປະເທດ ອາຊຽນ, ໃນນັ້ນມີ ຫວຽດນາມ. ທ່ານປາດຖະໜາຢາກມີຂໍ້ຕົກລົງໂດຍ, ເອກະສານຮ່ວມມືລະຫວ່າງ GGGI ແລະ ຫວຽດນາມ ໂດຍໄວ, ທ່ານເຊື່ອໝັ້ນວ່າ ຫວຽດນາມແມ່ນຄູ່ຮ່ວມມືສະມາຊິກທີ່ແຮງກ້າຂອງ GGGI.