ຕອນເຊົ້າວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ເນື່ອງໃນໂອກາດທ່ານນາງ ມາຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4 ຢູ່ຮ່າໂນ້ຍ.
ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ |
ໂດຍຢັ້ງຢືນການສະໜັບສະໜູນຢ່າງແຮງ ລັດທິຫຼາຍຝ່າຍກັບ ສປຊ ສວມບົດບາດເປັນໃຈກາງ, ທ່ານປະທານປະເທດຊີ້ແຈ້ງວ່າ ຫວຽດນາມ ຢຶດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ໃນການແກ້ໄຂບັນດາບັນຫາທົ່ວໂລກ. ແບ່ງປັນວິໄສທັດພັດທະນາຂອງປະເທດຊາດໃນໄລຍະໃໝ່, ທ່ານປະທານປະເທດສະເໜີ ສປຊ ສືບຕໍ່ໜູນຊ່ວຍ ຫວຽດນາມໃນບັນດາຂົງເຂດບຸລິມະສິດ.
ທ່ານປະທານປະເທດ ເລືອງເກື່ອງ ໃຫ້ການຕ້ອນຮັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ |
ສ່ວນທ່ານນາງ Amina Mohammed ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ຕໍ່ບັນດາການເຄື່ອນໄຫວຂອງ ສປຊ ແລະ ປາດຖະໜາຢາກແບ່ງປັນບົດຮຽນປະສົບການຂອງ ຫວຽດນາມໃນການພັດທະນາທີ່ປະສົບຜົນສຳເລັດກັບບັນດາຄູ່ຮ່ວມມືຂອງ ສປຊ.
ບັນດາຜູ້ແທນຖ່າຍຮູບນຳກັນ |



