ກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ການປະກອບສ່ວນຂອງການໝູນໃຊ້ເຕັກໂນໂລຢີຊີວະພາບເຂົ້າໃນຂົງເຂດກະສິກຳ ຢູ່ ຫວຽດນາມ” |
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຊວັນດິ້ງ, ຮອງປະທານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຢັ້ງຢືນວ່າ: ການໝູນໃຊ້ເຕັກໂນໂລຢີຊີວະພາບເຂົ້າໃນຂົງເຂດກະສິກຳ ແມ່ນກຳນົດທິດພັດທະນາຂອງ ລັດຖະບານ ຫວຽດນາມ ແລະ ຍາມໃດກໍແມ່ນໜຶ່ງໃນບັນດາບັນຫາຈຸດສຸມໃນການຄົ້ນຄວ້າ ແລະ ພັດທະນາຂອງ ຫວຽດນາມ. ນີ້ໄດ້ຮັບຖືວ່າ ແມ່ນມາດຕະການມຸ່ງໄປເຖິງການພັດທະນາພື້ນຖານກະສິກຳແບບຍືນຍົງ, ຊ່ວຍໃຫ້ ຫວຽດນາມ ມີຄວາມເປັນເຈົ້າການກວ່າໃນການສະໜອງສະບຽງອາຫານ, ຊ່ວຍເພີ່ມລາຍຮັບໃຫ້ແກ່ບັນດາຄອບຄົວຊາວກະສິອນຂະໜາດນ້ອຍຢູ່ ຫວຽດນາມ ແລະ ສືບຕໍ່ປະກອບສ່ວນເຂົ້າໃນຂະແໜງກະສິກຳຂອງປະເທດ.
ຢູ່ ຫວຽດນາມ, ຕົ້ນໄມ້ທີ່ໝູນໃຊ້ເຕັກໂນໂລຢີຊີວະພາບ ໄດ້ຮັບອະນຸຍາດໃຫ້ປູກຝັງ ແລະ ຄ້າຂາຍຢ່າງເປັນທາງການ ນັບແຕ່ປີ 2014 ແລະ 2015 ແມ່ນຕົ້ນສາລີ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

