ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຊຸດທີ 58 ສະພາສິດທິມະນຸດ ສປຊ (ພາບ: TTXVN)

ໂດຍໄດ້ດຳເນີນກອງປະຊຸມພາຍໃນ 6 ອາທິດຢ່າງລຽນຕິດ, ຫວຽດນາມ ໄດ້ເປັນປະທານສ້າງ ແລະ ສະເໜີບົດປ່າໄສລວມ ກ່ຽວກັບການຊຸກຍູ້ວິວັດທະນາການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ເພື່ອບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ. ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມສ້າງເນື້ອໃນຂອງເອກະສານສະບັບຕ່າງໆ, ປົກປ້ອງຮ່ວມຫຼາຍຂໍ້ລິເລີ່ມບົນເນື້ອໃນຈິດໃຈເຈລະຈາ ແລະ ຮ່ວມມື. ບັນດາການເຄື່ອນໄຫວນີ້ ໄດ້ປະກອບສ່ວນສະແດງທັດສະນະ, ນະໂຍບາຍສະເໝີຕົ້ນສະເໝີປາຍ, ຜົນງານຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ພ້ອມກັບບັນດາປະເທດຮັບປະກັນການເຄື່ອນໄຫວຂອງສະພາສິດທິມະນຸດໃຫ້ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ.

ຄະນະຜູ້ແທນ ຫວຽດນາມ ກໍໄດ້ມີບົດປະກອບຄຳເຫັນຢູ່ຫຼາຍວາລະປະຊຸມ, ວາລະປຶກສາຫາລືກ່ຽວກັບຫຼາຍຫົວຂໍ້ທີ່ໄດ້ຮັບຄວາມສົນໃຈຄື: ຫັນການປະຕິບັດສິດແຮງງານ ແລະ ສິດໜູນຊ່ວຍສັງຄົມໃນພື້ນຖານເສດຖະກິດບໍ່ເປັນທາງການສິດທິເດັກ, ສິດຂອງຄົນພິການ…ໃຫ້ປະກົດຜົນເປັນຈິງ.