ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Scott Morris ຮອງປະທານທະນາຄານພັດທະນາອາຊີ (ADB)

ຕອນຄ່ຳວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Scott Morris ຮອງປະທານທະນາຄານພັດທະນາອາຊີ (ADB), ທີ່ພວມມີການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 ຄັ້ງທີ 4 (P4G).

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ພວມປະຕິບັດ 3 ບຸກທະລຸຍຸດທະສາດ,ໃນນັ້ນບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມ, ເປັນຕົ້ນແມ່ນບັນດາໂຄງການທີ່ມີຂອບຂະໜາດໃຫຍ່, ມີລັກສະນະຫັນປ່ຽນສະພາບການ. ທ່ານນາຍົກລັດຖະມົນຕີ ສະເໜີ ADB ສືບຕໍ່ສະຫງວນບ້ວງເງິນໜູນຊ່ວຍທີ່ເໝາະສົມກັບການກຳນົດທິດຂອງ ຫວຽດນາມ, ເປັນຕົ້ນແມ່ນບັນດາໂຄງການທີ່ມີຂອບຂະໜາດໃຫຍ່.

ໂດຍເຫັນດີຕໍ່ບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຮອງປະທານ ADB Scott Morris ໃຫ້ຮູ້ວ່າ ADB ປາດຖະໜາຢາກຮ່ວມເດີນທາງກັບ ຫວຽດນາມ, ໜູນຊ່ວຍລັດຖະບານ ຫວຽດນາມ ຫຼຸດຜ່ອນບັນດາຄວາມຫຍຸ້ງຍາກທີ່ຊ້ອມແຝງໃນການພັດທະນາເສດຖະກິດ ແລະ ບັນດາການເຄື່ອນໄຫວຂອງວິສາຫະກິດຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ, ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມຊອກຫາບັນດາແຫຼ່ງການເງິນ, ເປັນຕົ້ນແມ່ນແຫຼ່ງການເງິນໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງຄືຄຳເຫັນຂອງທ່ານນາຍົກລັດຖະມົນຕີ.