ການໂອ້ລົມສົນທະນາກ່ຽວກັບການພັດທະນາສູນການເງິນຢູ່ ຫວຽດນາມ (ພາບ: VOV) |
ໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກຮຽນຮູ້ບົດຮຽນປະສົບການຂອງ ECB ໃນການຄວບຄຸມເງິນເຟີ້, ຮັກສາສະຖຽນລະພາບເສດຖະກິດ ແລະ ຊຸກຍູ້ການເຕີບໂຕແບບຍືນຍົງ; ພ້ອມທັງເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານ EU ໃນໄລຍະຈະມາເຖິງຈະແມ່ນໂອກາດເພື່ອໃຫ້ 2 ຝ່າຍຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຝ່າຍ ຫວຽດນາມ ປາດຖະໜາວ່າ ECB ຈະໜູນຊ່ວຍການປະກອບຄຳເຫັນນການກໍ່ສ້າງນະໂຍບາຍຄຸ້ມຄອງ, ດຶງດູດການລົງທຶນ, ຄວບຄຸມຄວາມສ່ຽງ ແລະ ປ້ອງກັນ, ຕ້ານການຟອກເງິນ.
ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະເໜີກົນໄກຮ່ວມມືລະອຽດຈຳນວນໜຶ່ງ: ມີທັງການສົ່ງບຸກຄະລາກອນບໍລິຫານສູນການເງິນສາກົນ ໄປຝຶກອົບຮົມຢູ່ ECB ໃນເວລາ 1 ປີ; ສະເໜີ ECB ກຳນົດຈຳນວນ ແລະ ເງື່ອນໄຂເຂົ້າຮ່ວມ, ໄປຄຽງຄູ່ກັບການເຊີນບັນດານັກຊ່ຽວຊານທີ່ມີປະສົບການຂອງ ECB ມາ ຫວຽດນາມ ບຳລຸງສ້າງໃຫ້ແກ່ຖັນແຖວພະນັກງານທະນາຄານ ແລະ ການບໍລິຫານສູນການເງິນສາກົນ, ພ້ອມທັງເຊີນທ່ານປະທານ ECB ມາ ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈຳ MOU ກ່ຽວກັບບັນດາເນື້ອໃນຮ່ວມມື.
ໃນວັນດຽວກັນ, ຢູ່ ເຢຍລະມັນ, ເມື່ອກ່າວຄຳເຫັນໃນການໂອ້ລົມສົນທະນາກ່ຽວກັບການພັດທະນາສູນການເງິນຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ເນັ້ນໜັກວ່າ ຫວຽດນາມ ຕັດສິນໃຈສ້າງສູນການເງິນຕາມມາດຖານສາກົນ; ສະເໜີໃຫ້ບັນດານັກຊ່ຽວຊານ, ວິສາຫະກິດ ເຢຍລະມັນ ມາຍັງ ຫວຽດນາມ ເຂົ້າຮ່ວມການສ້າງສູນການເງິນ ກໍຄືຮັບເອົາບັນດາບຸກຄະລາກອນທີ່ມີຄຸນນະພາບສູງຂອງ ຫວຽດນາມ ມາບຳລຸງສ້າງ, ຮຽນການບໍລິຫານສູນການເງິນ; ຮຽກຮ້ອງໃຫ້ບັນດານັກຊ່ຽວຊານ, ວິສາຫະກິດ ເຢຍລະມັນ ຮ່ວມເດີນທາງພ້ອມກັບ ຫວຽດນາມ, ກາຍເປັນບັນດານັກລົງທຶນຕ່າງປະເທດທຳອິດທີ່ມີໜ້າຢູ່ສູນການເງິນສາກົນຂອງ ຫວຽດນາມ.
ແອັງຕວັນ, ນັກຂ່າວ VOV ປະຈຳ ຝລັງ

