ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ການຕ້ອນຮັບທ່ານ ສາດສະດາຈານນາງ ທ້າວອີທ້າວ ຜູ້ອຳນວຍການສູນຄົ້ນຄວ້າເຂດເສດຖະກິດພິເສດ (ພາບ: TTXVN) |
ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ສາດສະດາຈານນາງ ທ້າວອີທ້າວ ຜູ້ອຳນວຍການສູນຄົ້ນຄວ້າເຂດເສດຖະກິດພິເສດ (CCSEZR), ມະຫາວິທະຍາໄລ ເຊິງເຈິ້ງ (ແຂວງ ກ໋ວາງຕຸງ, ຈີນ) ແລະ ນັກຊ່ຽວຊານ, ນັກທຸລະກິດຈຳນວນໜຶ່ງຂອງປະເທດນີ້, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ຕີລາຄາສູງ ເລື່ອງ CCSEZR ມາຫວຽດນາມຊອກຫາ ນະໂຍບາຍ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ ແລະ ຍົກອອກບັນດາຂໍ້ສະເໜີແນະທີ່ມີຜົນປະໂຫຍດໃຫ້ແກ່ລັດຖະບານ ຫວຽດນາມ. ທ່ານໃຫ້ຮູ້ວ່າ ຫວຽດນາມ ພວມກະກຽມພັດທະນາ 3 ເຂດການຄ້າເສລີຢູ່ ຫ໋າຍຝ່ອງ, ດ່ານັ້ງ, ບ່າເຣ້ຍ - ຫວູງເຕົາ, ພ້ອມກັນນັ້ນ ທ່ານໃຫ້ຮູ້ວ່າຕື່ມອີກວ່າ ບໍ່ພຽງແຕ່ບັນດາເຂດທີ່ມີທ່າກຳປັ່ນ່ ເທົ່ານັ້ນ ຫວຽດນາມ ອາດສາມາດພິຈາລະນາເປີດກວ້າງຕື່ມອີກເຂດອື່ນໆຢູ່ບັນດາທ້ອງຖິ່ນທີ່ມີທ່າໄດ້ປຽບໃນການເຊື່ອມຕໍ່ຄົມມະນາຄົມທາງການບິນ, ທາງລົດໄຟ ອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ທ່ານສາດສະດາຈານ ນາງ ທ້າວອີທ້າວ ແລະ ສູນຈະປະກອບຄຳເຫັນຢ່າງລະອຽດ ກ່ຽວກັບການພັດທະນາ ແລະ ວິທີການເຄື່ອນໄຫວບັນດາເຂດການຄ້າເສລີ ຢູ່ ເຊິງເຈິ້ງ, ຢູ່ຈີນ ເວົ້າສະເພາະ ແລະ ໃນທົ່ວໂລກເວົ້າລວມ.

