ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນເຈົ້າພາບພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຈີນ ໂດຍພົນໂທ ຕຸງຈຽນ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ເປັນຫົວຫນ້າ. (ພາບ:vov5) |
ພາຍຫລັງພິທີຕ້ອນຮັບ, ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ ໄດ້ພ້ອມກັນປູກຕົ້ນໄມ້ມິດຕະພາບ, ຢ້ຽມຢາມສວນຕົ້ນໄມ້ມິດຕະພາບໂດຍຊາວຫນຸ່ມກອງທັບສອງປະເທດປູກໃນບໍລິເວນດ່ານຊາຍແດນ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມ ດົ່ງດັງ, ເຂົ້າຮ່ວມພິທີຕັດແຖບຜ້າສະຫລອງອາຄານຫລາຍສັບພະປະໂຫຍດ.
ຕໍ່ຈາກນັ້ນ ລັດຖະມົນຕີສອງທ່ານ ໄດ້ລົງຢ້ຽມຢາມປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ຫຶວງິ້ ແລະ ຢ້ຽມຢາມສວນສາທາລະນະ Logistics ຂອງ Viettel ຢູ່ ລ້າງເຊິນ.
ເນື່ອງໃນໂອກາດນີ້ ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ ແລະ ບັນດາຜູ້ແທນ ໄດ້ພ້ອມກັນຊົມການແຂ່ງຂັນມິດຕະພາບບານສົ່ງລະຫວ່າງ ປ້ອມປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ຫຶວງິ້ ແລະ ປ້ອມໂຮ້ຍໂງ້ ເຈລະຈາທະຫານປ້ອງກັນຊາຍແດນ ຮວຍອູ ເຂດປົກຄອງ ຜິວຊຽງ.
ປະຊາຊົນມີຄວາມປິຕິຊົມຊື່ນຂ່ຳນັບຮັບຕ້ອນຄະນະຜູ້ແທນ. (ພາບ:Lê Phương/VOV5) |
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດລົງຢ້ຽມຢາມໂຮງຮຽນປະຖົມ ດົ່ງດັງ. (ພາບ: Lê Phương/VOV5) |
ຄະນະຜູ້ແທນຕັດແຖບຜ້າສະຫລອງອາຄານສັບພະປະໂຫຍດ. (ພາບ:Lê Phương/VOV5) |
ຄະນະຜູ້ແທນຖ່າຍຮູບກັບນັກຮຽນ. (ພາບ:Lê Phương/VOV5) |
ລັດຖະມົນຕີ ທັງສອງທ່ານພ້ອມກັບຄະນະຜູ້ແທນລົງຢ້ຽມຢາມປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ຫຶວງິ້. (ພາບ: Lê Phương/VOV5)
|
ຄະນະຜູ້ແທນຢ້ຽມຢາມສວນສາທາລະນະ Logistics ຂອງViettel. (ພາບ:Lê Phương/VOV5) |