(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ)

ຫວຽດນາມ ແລະ ສະຫະພາບ ເອີລົບ (ອີຢູ) ຕົກລົງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນຂໍ້ມູນໂດຍທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານສະພາ ເອີລົບ Antonio Costa ແຈ້ງໃຫ້ຮູ້ທີ່ການພົບປະກັບສື່ມວນຊົນໃນວັນທີ 29 ມັງກອນ, ຢູ່ ຮ່າໂນ້ຍ, ພາຍຫຼັງການໂອ້ລົມສົນທະນາຂັ້ນສູງ.

ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານປະທານປະເທດ ເລືອງເກື່ອງ ໃຫ້ຮູ້ວ່າ ທີ່ການໂອ້ລົມສົນທະນາກັບທ່ານປະທານສະພາ ເອີລົບ Antonio Costa, 2 ຝ່າຍໄດ້ເຫັນດີນຳກັນໂດຍຖືວ່າ ພາຍຫຼັງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງ ຫວຽດນາມ - ອີຢູ ໄດ້ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ, ແລະ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຕ້ອງຂຸດຄົ້ນ. ສະນັ້ນ, ເລື່ອງ 2 ຝ່າຍຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ສ່ອງແສງວິໄສທັດອັນຍາວໄກຂອງ ຫວຽດນາມ ແລະ ອີຢູ ໃນໄລຍະໃໝ່. ທ່ານປະທານປະເທດ ກໍ່ແຈ້ງໃຫ້ຊາບວ່າ 2 ຝ່າຍໄດ້ແລກປ່ຽນທິດທາງ ແລະ ມາດຕະການຢ່າງລະອຽດ ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອີຢູ ໃນໄລຍະຈະມາເຖິງ.

“ພວກຂ້າພະເຈົ້າກຳນົດວ່າ ການຮ່ວມມືດ້ານເສດຖະກິດ ສືບຕໍ່ແມ່ນກຳລັງໜູນສຳຄັນໃຫ້ແກ່ການພົວພັນ 2 ຝ່າຍ, ໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັກສາ ແລະ ປັບປຸງການຄ້າເສລີ, ສ້າງຄວາມສະດວກໃຫ້ແກ່ການເຂົ້າເຖິງ ແລະ ເປີດກວ້າງຕະຫຼາດ, ຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVFTA)… ຫວຽດນາມ ສະເໜີໃຫ້ ອີຢູ ຊຸກຍູ້ການຮ່ວມມືດ້ານເສດຖະກິດທະເລ, ໜູນຊ່ວຍ ຫວຽດນາມ ສ້າງອາຊີບການປະມົງແບບຍືນຍົງ ແລະ ແກ້ໄຂ “ບັດເຫຼືອງ” IUU ສຳລັບສິນໃນນ້ຳຂອງ ຫວຽດນາມ ໂດຍໄວ. ຊົມເຊີຍບັນດາກຸ່ມບໍລິສັດ, ວິສາຫະກິດ ອີຢູ ທີ່ເປີດກວ້າງການລົງທຶນໃນບັນດາຂົງເຂດໃໝ່, ສຳຄັນເຊິ່ງ 2 ຝ່າຍມີຄວາມສົນໃຈ”.

(ທ່ານປະທານສະພາ ເອີລົບ Antonio Costa ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ)

ເມື່ອແບ່ງປັນກ່ຽວກັບບັນດາການຕີລາຄາ, ຂໍ້ສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານສະພາ ເອີລົບ Antonio Costa ຢືນຢັນວ່າ ເລື່ອງເປັນຄັ້ງທຳອິດທີ່ ອີຢູ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ໃນນະໂຍບາຍຂອງ ອີຢູ, ກໍຄືຄວາມສາມາດບົ່ມຊ້ອນ, ຄວາມມຸ່ງຫວັງຕໍ່ການຮ່ວມມືອັນໃຫຍ່ຫຼວງທີ່ຍັງມີຢູ່ລະຫວ່າງ ຫວຽດນາມ ແລະ ອີຢູ.