(ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິ່ງ ແລະ ທ່ານ Boris Rhein, ຜູ້ວ່າການລັດ Hessen)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງສ.ສະຫະພັນ ເຢຍລະມັນ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນີ້ແມ່ນການຕີລາຄາຂອງທ່ານ Boris Rhein, ຜູ້ວ່າການລັດ Hessen ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິ່ງ ໃນວັນທີ 25 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຂອງທ່ານຢູ່ ສ.ສະຫະພັນ ເຢຍລະມັນ. ທີ່ການພົບປະ, ເມື່ອແລກປ່ຽນກ່ຽວກັບແຜນການສ້າງສູນການເງິນສາກົນຂອງ ຫວຽດນາມ, ທ່ານ Boris Rhein, ຢືນຢັນວ່າ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍໂຄງການດັ່ງກ່າວ, ກໍຄືແບ່ງປັນບົດຮຽນການຄຸ້ມຄອງຕະຫຼາດການເງິນ.

ສ່ວນທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ສະເໜີໃຫ້ອຳນາດການປົກຄອງລັດ Hessen ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນຂົງເຂດສຶກສາ - ບຳລຸງສ້າງ; ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າສັງຄົມຂອງ ເຢຍລະມັນ, ປະກອບສ່ວນຕັ້ງໜ້າເຂົ້າໃນການດຳເນີນຊີວິດດ້ານເສດຖະກິດ - ສັງຄົມ, ກໍ່ຄືປະກອບສ່ວນຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ.

ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ໄດ້ເຮັດວຽກກັບທ່ານ Alexander Lorz, ລັດຖະມົນຕີກະຊວງການເງິນລັດ Hessen ເຊັນດຽວກັນ.