ພາບປະກອບ: TTXVN |
ທ່ານເອກອັກຄະລັດຖະທູດ ສິງກະໂປ Jaya Ratnam ໄດ້ເນັ້ນໜັກວ່າ ຫວຽດນາມ ເຂົ້າຮ່ວມອາຊຽນ ໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ ແລະ ສະຖຽນລະພາບໃນພາກພື້ນ ເມື່ອແບ່ງປັນກັບນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 - 28/7/2025).
ຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງ ຫວຽດນາມ ກັບ ອາຊຽນ, ທ່ານ Jaya Ratnam ຖືວ່າ ເລື່ອງ ຫວຽດນາມເຂົ້າເປັນສະມາຊິກອາຊຽນ ກ່ອນນີ້ 30 ປີບໍ່ພຽງແຕ່ສ້າງບາດລ້ຽວໃນວິວັດການເຊື່ອມໂຍງເຂົ້າກັບຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ ແລະ ສະຖຽນລະພາບໃນພາກພື້ນ. ຫວຽດນາມ ຍາມໃດກໍ່ສວມບົດບາດຫຼັກແຫຼ່ງ ແລະ ມີຫຼັກການໃນການຮັບປະກັນບົດບາດເປັນໃຈກາງຂອງ ອາຊຽນ. ອາຊຽນແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແລະ ຫວຽດນາມເປັນເຈົ້າການຊຸກຍູ້ ອາຊຽນສວມບົດບາດນຳໜ້າເພື່ອແກ້ໄຂບັນດາບັນຫາຮີບດ່ວນໃນພາກພື້ນ ແລະ ທົ່ວໂລກ.
ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຫວຽດນາມ ບໍ່ພຽງແຕ່ສະແດງຄຳໝັ້ນສັນຍາຜ່ານສຽງເວົ້າເທົ່ານັ້ນ ຫາກຍັງດ້ວຍບັນດາການກະທຳລະອຽດ. ປີປະທານ ອາຊຽນ 2020, ຫວຽດນາມ ໄດ້ສະແດງບົດບາດນຳໜ້າ ເມື່ອຊຸກຍູ້ບັນດາກົນໄກຮ່ວມມື່ຢ່າງມີປະສິດທິຜົນ ເພື່ອພາກພື້ນພ້ອມກັນຮັບມືກັບໂລກລະບາດໂຄວິດ - 19. ຫວຽດນາມ ຢຶດໝັ້ນປົກປ້ອງຄວາມເປັນລະບຽບຮຽບຮ້ອຍສາກົນ ບົນກົດໝາຍໃນສະພາບການທົ່ວໂລກທີ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.

