ວັນທີ 16 ສິງຫາ, ຫ້ອມການນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ອອກຖະແຫຼງການຢຶນຢັນວ່າ ປະເທດນີ້ ພຽງແຕ່ຮັບຮູ້ຂໍ້ຕົກລົງຮອບດ້ານກັບ ຮາມາສ, ໃນນັ້ນ, ຕົວປະກັນທຸກຄົນໄດ້ຮັບການປ່ອຍຕົວໃນເວລາດຽວກັນ ແລະ ທຸກເງື່ອນໄຂໂດຍທ່ານນາຍົກລັດຖະມົນຕີ Benjamin Netanyahu ຍົກອອກມາຕ້ອງໄດ້ປະຕິບັດຢ່າງຄົບຖ້ວນ.
ການກະທຳດັ່ງກ່າວໄດ້ຍົກອອກມາ ໃນສະພາບການທີ່ສື່ມວນຊົນໄດ້ໃຫ້ຂ່າວວ່າ ບັນດານັກເຈລະຈາ ຮາມາສ ໄດ່ສັນຍານກລຸດບັນດາຄຳຮຽກຮ້ອງ ທີ່ເຮັດໃຫ້ບັນດາການເຈລະຈາຢູ່ Doha (Qatar) ກ່ຽວກັບຂໍ້ຕົກລົງຢຸດຍິງ ແລະ ສົ່ງຕົວປະກັນຢູ່ເຂດ ກາຊາ ຖືກລົ້ມລະລາຍເມື່ອເດືອນກ່ອນ. ແຫຼ່ງຂ່າວອື່ນໆຍັງໄດ້ຕີລາຄາວ່າ ຮາມາສ ຄືວ່າພວມມີໄຫວພິບກ່ວາ ແລະ ອາດຈະກັບຄືນສະເໜີກັບທ່ານ Steve Witkoff, ທູດພິເສດຂອງປະທານາທິບໍດີ ອາເມລິກາ, ໃນນັ້ນ ມີການແລກປ່ຽນຕົວປະກັນໃນເວລາ 60 ວັນ, ພ້ອມທັງເປີດການເຈລະຈາກ່ຽວກັບການຢຸດຕິການປະທຳກັນໂດຍຖາວອນ.
