ພາບປະກອບ: REUTERS/Dawoud Abu Alkas

ໂດຍບໍ່ຫົວຊາຕໍ່ເລື່ອງພວມດຳເນີນການເຈລະຈາກັບຝ່າຍ ຊີຣີ ກ່ຽວກັບຂໍ້ຕົກລົງຫຼຸດຜ່ອນຄວາມເຄັ່ງຕຶງ ຢູ່ເຂດຊາຍແດນ, ໃນຊຸມວັນຜ່ານມາ, ກອງທັບອາກາດ ອິດສະລາແອນ ໄດ້ເປີດບັນດາບັ້ນບຸກໂຈມຕີທາງອາກາດ ເລັ່ງໃສ່ ຊີຣີ ຢ່າງຕໍ່ເນື່ອງເພື່ອແນໃສ່ເປົ້າໝາຍແມ່ນບັນດາຖານທີ່ໝັ້ນການທະຫານທີ່ມີມາແຕ່ລະບອບເກົ່າ. ສື່ມວນຊົນ ແລະ ຢ່າງໜ້ອຍສຸດແມ່ນສອງແຫຼ່ງຂ່າວຄວາມໝັ້ນຄົງ ຊີຣີ ໃຫ້ຮູ້ວ່າ ບັ້ນບຸກໂຈມຕີທາງອາກາດຄັ້ງຫຼ້າສຸດໂດຍກອງທັບອາກາດ ອິດສະລາແອັນ ດຳເນີນໃນຕອນຄ່ຳວັນທີ 27 ສິງຫາ ແມ່ນເລັ່ງໃສ່ເຂດ Kiswash ທາງທິດຕາເວັນຕົກສ່ຽງໃຕ້ນະຄອນ Damascus. ນີ້ແມ່ນຄັ້ງທີ 2 ໃນຮອບເວລາ 24 ຊົ່ວໂມງ, ກອງທັບອາກາດ ອິດສະລາແອັນ ບຸກໂຈມຕີເລັ່ງໃສ່ Kiswash,ເຊິ່ງແມ່ນໜຶ່ງໃນບັນດາເຂດທີ່ມີຫຼາຍປ້ອມຄ້າຍ ໂດຍບັນດາກຸ່ມປະກອບອາວຸດທີ່ໃກ້ຊິດກັບ ອີຣານ ນຳໃຊ້ພາຍໃຕ້ສະໄໝອຳນາດການປົກຄອງຂອງທ່ານປະທານາທິບໍດີ Al Assad.