ປະຊາຊົນ ປາແລັດສະຕິນ ແລ່ນມາຮັບເຄື່ອງຊ່ວຍເຫຼືອ, ວັນທີ 18 ສິງຫາ 2025 (ພາບ: REUTERS/Ramadan Abed)

ວັນທີ 19 ສິງຫາ, ອົງການປະສານງານບັນດາການເຄື່ອນໄຫວຂອງລັດຖະບານ ອິດສະຣາແອັນ ຢູ່ເຂດດິນແດນ (COGAT) ໃຫ້ຮູ້ວ່າ ມີລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳປະມານ 370 ຄັນໄດ້ເຂົ້າເຂດ ກາຊາ ຜ່ານບັນດາດ່ານຊາຍແດນ Kerem Shalom ແລະ Zikim, ໂດຍ ສປຊ ແລະ ບັນດາອົງການຈັດຕັ້ງສາກົນຮັບເອົາ. ນອກຈາກນັ້ນແລ້ວ, ມີລົດຂົນສົ່ງເຊື້ອເພີງຈຳນວນໜຶ່ງຂອງ ສປຊ ກໍໄດ້ເຂົ້າເຂດ ກາຊາ ເພື່ອຮັບໃຊ້ການເຄື່ອນໄຫວມະນຸດສະທຳທີ່ຈຳເປັນ.

ຕາມ ສປຊ, ກາຊາ ຕ້ອງການລົດບັນທຸກເຄື່ອງຊ່ວຍເຫຼືອ 600 ຄັນຕໍ່ວັນ ຈຶ່ງສາມາດຕອບສະໜອງຄວາມຕ້ອງການທັນຍາຫານໃຫ້ແກ່ສາມັນຊົນປະມານ 2 ລ້ານຄົນ ໃນເຂດ ດິນແດນຂອງຊາວ ປາແລັດສະຕິນ ນີ້.