ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກ່າວຄຳເຫັນຢູ່ Jerusalem (ພາບ: AFP/TTXVN)

ວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຖະແຫຼງວ່າ ຖ້າວ່າບັນດາຕົວປະກັນ ອິດສະຣາແອັນ ຖືກກັກຂັງຢູ່ເຂດ ກາຊາ ບໍ່ໄດ້ຮັບການປ່ອຍຕົວໃນວັນທີ 15 ກຸມພາ, ຄຳສັ່ງຢຸດຍິງກັບກຳລັງ ຮາມາດສ ຈະຖືກຍົກເລີກ ແລະ ອິດສະຣາແອັນ ຈະເຊື່ອມຕໍ່ບັນດາການເຄື່ອນໄຫວດ້ານການທະຫານຢູ່ເຂດ ກາຊາ ຄືນໃໝ່.

ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ຍົກອອກມາພາຍຫຼັງທີ່ ຮາມາດສ ແຈ້ງໃຫ້ຊາບວ່າ ເລື່ອງມອບ-ສົ່ງຕົວປະກັນ ອິດສະຣາແອັນ ທີ່ຄາດວ່າດຳເນີນໃນວັນທີ 15 ກຸມພາ ຈະຖືກໂຈະໄວ້ ຈົນຮອດເມື່ອໃດມີແຈ້ງການໃໝ່. ຝ່າຍ ຮາມາດສ ກໍກ່າວຫາ ອິດສະຣາແອັນ ລະເມີດບັນດາມາດຕາຂອງຂໍ້ຕົກລົງຢຸດຍິງ.

ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງ ຮາມາດສ ສືບຕໍ່ດຳເນີນການປ່ອຍຕົວປະກັນ ອິດສະຣາແອັນ ຕາມແຜນການ, ພ້ອມທັງກ່າວເຕືອນວ່າ ຕ້ອງຫຼີກລ້ຽງທຸກການເຄື່ອນໄຫວເປັນປໍລະປັກຢູ່ ເຂດ ກາຊາ “ດ້ວຍທຸກວິທີທາງ”. ທ່ານກໍຮຽກຮ້ອງໃຫ້ບັນດາຝ່າຍ ຕ້ອງປະຕິບັດຄຳໝັ້ນສັນຍາຂອງຕົນໃນຂໍ້ຕົກລົງຢຸດຍິງຢ່າງຄົບຖ້ວນ ແລະ ເຊື່ອມຕໍ່ການເຈລະຈາຢູ່ ໂດຮາ ປະເທດ ກາຕາ ກ່ຽວກັບໄລຍະສອງຂອງຂໍ້ຕົກລົງນີ້ຢ່າງເຂັ້ມງວດ.