(ພາບ: REUTERS/Ronen Zvulun) |
ວັນທີ 4 ສິງຫາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ເຕື້ອງເຖິງ ເລື່ອງຊັ່ງຊາການຍຶດຄອງເຂດ ກາຊາ ທັງໝົດ ລວມທັງເຂດທີ່ຖືກຖືວ່າ ແມ່ນບ່ອນ ຮາມາດສ ພວມກັກຕົວປະກັນ ອິດສະຣາແອັນ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໃຫ້ຮູ້ວ່າ, ທ່ານຈະຈັດການປະຊຸມລັດຖະບານໃນອາທິດນີ້ ເພື່ອຕັດສິນວິທິການດຳເນີນການສູ້ຮົບຢູ່ເຂດ ກາຊາ.
ປະຈຸບັນ, ກຳລັງປ້ອງກັນ ອິດສະຣາແອັນ ພວມຄວບຄຸມປະມານ 75% ເຂດ ກາຊາ, ແຕ່ວ່າ ເຂົາເຈົ້າໄດ້ສະແດງທັດສະນະຄັດຄ້ານການເປີດກ້ວາງການຍຶດຄອງເຂດທີ່ຍັງເຫຼືອທັງໝົດ. ປະຕິກິລິຍາຕໍ່ຄຳຕັດສິນນີ້, ຂະບວນການ ຮາມາດສ ປະກາດວ່າ ໄດ້ດູຖູກຕໍ່ບັນດາຄຳນາບຄູ່ຈາກຝ່າຍ ອິດສະຣາແອັນ ແລະ ຢືນຢັນວ່າ “ນີ້ພຽງແຕ່ແມ່ນຄຳປະກາດໄຮ້ຄຸນຄ່າ, ຊ້ຳໄປຊ້ຳມາ ແລະ ບໍ່ກໍ່ຜົນສະທ້ອນຕໍ່ການຕັດສິນໃຈຂອງເຂົາເຈົ້າ”.
