ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu(ພາບ: Flash90)
|
ວັນທີ 26 ມີນາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຖະແຫຼງວ່າ, ກອງທັບປະເທດນີ້ຈະຢຶດຄອງເຂດດິນແດນຢູ່ເຂດ ກາຊາ ຖ້າຫາກວ່າຂະບວນການອິດສະລາມ ຮາມາດສ ບໍ່ປ່ອຍຕົວປະກັນທີ່ຍັງເຫຼືອ. ກ່ອນນັ້ນ 2 – 3 ວັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Israel Katz, ກໍ່ກ່າວເຕືອນຈະໂຮມເຂດຈຳນວນໜຶ່ງຂອງເຂດ ກາຊາ ຖ້າຫາກວ່າຂະບວນການອິດສະລາມ ຮາມາດສ ບໍ່ປ່ອຍຕົວເປັນອິດສະຫຼະໃຫ້ບັນດາຕົວປະກັນທີ່ຍັງເຫຼືອ.
ວັນທີ 26 ມີນາ, ຮາມາດສ ໄດ້ຍິງລູກຈະຫຼວດ 2 ລູກໃສ່ທາງທິດໃຕ້ ອິດສະຣາແອັນ, ລູກໜຶ່ງຖືກສະກັດກັ້ນ ແລະ ລູກໜຶ່ງລະເບີດຂຶ້ນ ແຕ່ບໍ່ກໍ່ຄວາມບາດເຈັບລົ້ມຕາຍ. ກຳລັງ ຮູທີ ຢູ່ ເຢແມັນ ກໍ່ຖະແຫຼງ ຈະສືບຕໍ່ດຳເນີນບັນດາການເຄື່ອນໄຫວດ້ານການທະຫານແນໃສ່ກຳປັ່ນຂອງ ອິດສະຣາແອັນ ເພື່ອສະແດງໃຫ້ເຫັນການສະໜັບສະໜູນ ປາແລັດສະຕິນ ໂດຍບໍ່ຫົວຊາຕໍ່ການບັ້ນບຸກໂຈມຕີທາງອາກາດຂອງ ອາເມລິກາ ແນໃສ່ກຳລັງນີ້.

