ກອງທັບປະເທດ ອິດສະຣາແອັນ ມີແຜນເປີດກວ້າງບັ້ນບຸກໂຈມຕີ
(ພາບ: New York Times)

ວັນທີ 12 ເມສາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Israel Katz, ໄດ້ສົ່ງແຈ້ງການມາຍັງປະຊາຊົນຢູ່ເຂດ ກາຊາ ໂດຍໃຫ້ຮູ້ວ່າ, ກອງທັບປະເທດນີ້ມີແຜນເປີດກວ້າງບັ້ນບຸກໂຈມຕີໃນປະຈຸບັນໄປເກືອບທົ່ວທຸກແຫ່ງຢູ່ເຂດ ກາຊາ, ຕາມນັ້ນແລ້ວ, ໄດ້ກ່າວເຕືອນປະຊາຊົນຕ້ອງຍົກຍ້າຍອອກຈາກເຂດເກີດການສູ້ຮົບ. ປະຈຸບັນ, ບັນດາເຂດທີ່ນອນຢູ່ກາງເສັ້ນທາງ Philadelphi ແລະ Morag ນອນໃນເຂດຄວາມໝັ້ນຄົງຂອງກຳລັງ ອິດສະຣາແອັນ.

ກ່ອນໜ້ານັ້ນ, ບັ້ນບຸກໂຈມຕີຂອງ ອິດສະຣາແອັນ ແນໃສ່ເຂດແລວ Morag, ເປັນເຂດຕັ້ງຖິ່ນຖານຄົງທີເກົ່າຂອງ ອິດສະຣາແອັນ ໄດ້ເລີ່ມເກີດຂຶ້ນແຕ່ວັນທີ 02 ເມສາ. ນັບແຕ່ນັ້ນມາຮອດປະຈຸບັນ, ມີຊາວ ປາແລັດສະຕິນ ນັບຮ້ອຍຄົນຕ້ອງຍົກຍ້າຍອອກຈາກນະຄອນ Rafah, ທີ່ມີເນື້ອທີ່ກວ້າງ 60 ກມ2 ເຂດຕິດຊາຍແດນກັບ ອີຢິບ. ຄຳສັ່ງຢຸດຍິງລະຫວ່າງ ອິດສະຣແອັນ ແລະ ຂະບວນການ ຮາມາດສ ຢູ່ເຂດ ກາຊາ ພຽງແຕ່ແກ່ຍາວເປັນເວລາ 2 ເດືອນ, ຖືກທຳລາຍໃນກາງເດືອນ ມີນາ ຜ່ານມາ.