ຜູ້ມາຮັບເຄື່ອງຊ່ວຍເຫຼືອຢູ່ເຂດ Beit Lahia, ທາງທິດເໜືອເຂດ ກາຊາ(ພາບປະກອບ: THX/TTXVN)
|
ວັນທີ 03 ເມສາ, ກອງທັບ ອິດສະຣາແອັນ ຖະແຫຼງວ່າໄດ້ກ້າວເຂົ້າສູ່ “ໄລຍະໃໝ່” ໃນບັ້ນຮົບຢູ່ເຂດ ກາຊາ, ເພີ່ມທະວີບັນດການເຄື່ອນໄຫວດ້ານການທະຫານແນໃສ່ບັນດາເປົ້າໝາຍທີ່ເຂົາເຈົ້າຖືວ່າແມ່ນບັນດາມືປືນ ຫຼື ບຸກຄົນທີ່ມີສ່ວນກ່ຽວຂ້ອງເຖິງຂະບວນການອິດສະລາມ ຮາມາດສ ນັບແຕ່ກາງເດືອນ ມີນາ.
ໂຄສົກກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ທ່ານ Effie Defrin ໃຫ້ຮູ້ວ່າ, ນັບແຕ່ວັນທີ 18 ມີນາ ມາຮອດປະຈຸບັນ, IDF ໄດ້ດຳເນີນການບຸກໂຈມຕີກວ່າ 600 ຄັ້ງຢູ່ເຂດ ກາຊາ. ເປົ້າໝາຍຂອງ “ໄລຍະໃໝ່” ໃນບັ້ນຮົບຂອງ ອິດສະຣາແອັນ ຢູ່ເຂດດິນແດນນີ້ແມ່ນເພື່ອສົ່ງບັນດາຕົວປະກັນກັບຄືນເມືອ ແລະ ສືບຕໍ່ທຳລາຍກຳລັງ ຮາມາດສ.
ໃນການຜັນແປຫຼ້າສຸດ, ກຳລັງປ້ອງກັນຕົວພົນລະເຮືອນຢູ່ເຂດ ກາຊາ ໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີຊາວ ປາແລັດສະຕິນ 31 ຄົນເສຍຊີວິດ, ກວ່າ 100 ຄົນຮັບບາດເຈັບ ແລະ 6 ຄົນຍັງຫາຍສາບສູນ ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ມື້ວານນີ້.

