ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araqchi (ພາບ: Tatyana Makeyeva/Pool via REUTERS) |
ວັນທີ 21 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ, Abbas Araghchi, ຖະແຫຼງວ່າ ເຕເຮຣານ ບໍ່ຍົກເລີກໂຄງການເສີມທາດ ຢູລານຽມ ໂດຍບໍ່ຫົວຊາຕໍ່ສະພາບການຕົວຈິງທີ່ວ່າ ບັນດາຮາກຖານນິວເຄຼຍຂອງປະເທດນີ້ ຖືກເປ່ເພຢ່າງໜັກໜ່ວງໃນບັ້ນບຸກໂຈມຕີຄັ້ງຕ່າງໆຂອງ ອິດສະຣາແອັນ ແລະ ອາເມລິກາ ເມື່ອທ້າຍເດືອນກ່ອນ.
ຕາມທ່ານລັດຖະມົນຕີການຕ່າງປະເທດ Araghchi ແລ້ວ, ບັນດາຮາກຖານນິວເຄຼຍຂອງ ອີຣານ ໄດ້ຖືກຜົນເສຍຫາຍຢ່າງໜັກໜ່ວງ ຍ້ອນບັນດາບັ້ນບຸກໂຈມຕີທາງອາກາດຂອງ ອາເມລິກາ ແລະ ອິດສະຣາແອັນ, ປັດຈຸບັນ ຍັງຄົງໄດ້ຮັບການຕີລາຄາຕື່ມອີກ. ທ່ານກໍຢັ້ງຢືນວ່າ ອີຣານ ພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ, ແຕ່ “ໃນຈຸດເວລາປັດຈຸບັນ ຈະບໍ່ມີການພົບປະແບບເຊິ່ງໜ້າ”.
ກ່ອນໜ້ານັ້ນ, ເຕເຮຣານ ແລະ ວໍຊິງຕັນ ໄດ້ດຳເນີນ 5 ຮອບເຈລະຈານິວເຄຼຍ ໂດຍ ໂອມານ ເປັນກາງໄກ່ເກ່ຍ, ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບລະດັບທີ່ ອີຣານ ສາມາດເສີມທາດ ຢູລານຽມ. ອາເມລິກາ ແລະ ອິດສະຣາແອັນ ຖືວ່າ ອີຣານ ໄດ້ຫຍັບມໍ່ເຂົ້າກັບລະດັບທີ່ສາມາດປະດິດສ້າງເປັນອາວຸດນິວເຄຼຍຢ່າງວ່ອງໄວ, ໃນຂະນະທີ່ ເຕເຮຣານ ຢັ້ງຢືນວ່າ ໂຄງການຂອງເຂົາເຈົ້າ ພຽງແຕ່ຮັບໃຊ້ຈຸດປະສົງພົນລະເຮືອນເທົ່ານັ້ນ. ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 21 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫຼງວ່າ ອາເມລິກາ ຈະປະຕິບັດບັນດາບັ້ນບຸກໂຈມຕີໃໝ່ເລັ່ງໃສ່ບັນດາຮາກຖານນິວເຄຼຍຂອງ ອີຣານ “ຖ້າມີຄວາມຈຳເປັນ”.

