ວັນທີ 20 ກໍລະກົດ, ສຳນັກຂ່າວສານເຄິ່ງທາງການ Tasnim ຂອງອີຣານ ໃຫ້ຮູ້ວ່າ ປະເທດນີ້ພ້ອມກັບ ອັງກິດ, ຝລັ່ງ ແລະ ເຢຍລະມັນອາດສາມາດດຳເນີນບັນດາການເຈລະຈາໃນອາທິດຈະມາເຖິງກ່ຽວກັບໂຄງການນິວເຄຼຍຂອງ Tehran. ກ່ອນໜ້ານັ້ນ, ໃນວັນທີ 17 ກໍລະກົດ ອັງກິດ, ຝລັ່ງ, ເຢຍລະມັນ (ກຸ່ມ E3) ໄດ້ຮຽກຮ້ອງອີຣານເຊື່ອມຕໍ່ການເຈລະຈາກ່ຽວກັບໂຄງການນິວເຄຼຍໃນທັນທີ, ພ້ອມທັງກ່າວເຕືອນວ່າ ຈະຟື້ນຟູບັນດາຄຳສັ່ງລົງໂທດຂອງ ສປຊ ຖ້າ Tehran ບໍ່ມີບາດກ້າວລະອຽດໃດນັບແຕ່ປັດຈຸບັນຈົນຮອດທ້າຍເດືອນສິງຫາ. ສຳນັກຂ່າວສານ Tasnim ໄດ້ຄັດສະເໜີແຫຼ່ງຂ່າວໂດຍໃຫ້ຮູ້ວ່າ: “ຫຼັກການເຈລະຈາໄດ້ເຫັນດີເປັນເອກະພາບ, ເຖິງຢ່າງໃດກໍຕາມບັນດາຝ່າຍຍັງປຶກສາຫາລືກ່ຽວກັບເວລາ ແລະ ສະຖານທີ່ລະອຽດ”.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 20 ກໍລະກົດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Ali Larijani ທີ່ປຶກສາຂັ້ນສູງຂອງການນຳສູງສຸດອີຣານ, ທ່ານສາດສະດາ Ali Khamenei ຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການບັນລຸສະຖຽນລະພາບໃນພາກພື້ນ, ກໍຄືການເດີນຕາມມາດຕະການດ້ານການເມືອງຕໍ່ກັບບັນດາບັນຫາທີ່ກ່ຽວຂ້ອງເຖິງບັນດາການເຄື່ອນໄຫວນິວເຄຼຍຂອງ ອີຣານ.