ທ່ານ Abbas Araqchi ລັດຖະມົນຕີການຕ່າງປະເທດ ອີຣານ (ພາບ: IRNA/TTXVN)

ວັນທີ 20 ສິງຫາ, ທ່ານ Abbas Araqchi ລັດຖະມົນຕີການຕ່າງປະເທດ ອີຣານ, ຍອມຮັບວ່າ ປະເທດນີ້ບໍ່ສາມາດຢຸດຕິການຮ່ວມມືກັບ ອົງການພະລັງງານປະລາມານູສາກົນ (IAEA) ທັງໝົດໄດ້ຍ້ອນບັນດາແທງເຊື້ອເພິງໃໝ່ຕ້ອງໄດ້ຮັບການຕິດຕັ້ງຢູ່ໂຮງງານໄຟຟ້ານິວເຄຼຍ Bushehr ໃນ 2 – 3 ອາທິດຈະມາເຖິງ, ພາຍໃຕ້ການມີໜ້າຂອງບັນດານັກກວດກາ IAEA. ພາຍຫຼັງ ອິດສະລາແອັນ ແລະ ອາເມລິກາ ບຸກໂຈມຕີທາງອາກາດເລັ່ງໃສ່ບັນດາຮາກຖານນິວເຄຼຍຂອງ ອີຣານ ເມື່ອເດືອນມິຖຸນາ, ບັນດານັກກວດກາ IAEA ບໍ່ສາມາດເຂົ້າເຖິງບັນດາສະຖານທີ່ນີ້, ເຖິງວ່າທ່ານ Rafael Grossi ຜູ້ອຳນວຍການໃຫຍ່ ອົງການ IAEA ໄດ້ເນັ້ນໜັ້ກເປັນຫຼາຍຄັ້ງວ່າ ການເຄື່ອນໄຫວກວດກາແມ່ນມີຄວາມຈຳເປັນ. ໃນເດືອນກໍລະກົດ, ສະພາແຫ່ງຊາດ ອີຣານ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຢຸດຕິການຮ່ວມມືກັບ IAEA, ໃນນັ້ນກຳນົດທຸກການກວດກາຄັ້ງຕໍ່ໄປຕ້ອງລໍຖ້າການໃຫ້ອະນຸຍາດຈາກສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ.

ພາຍຫຼັງຂໍ້ກຳນົດໄດ້ຮັບຮອງເອົາ, ບັນດານັກກວດກາ IAEA ຕ້ອງເດີນທາງອອກຈາກອີຣານຢ່າງທັນທີ.ອີຣານຖືວ່າ IAEA ບໍ່ເຮັດລ້ອນໜ້າທີ່ຂອງຕົນ ເມື່ອບໍ່ກ່າວປະນາມບັນດາການບຸກໂຈມຕີຂອງ ອິດສະລາແອັນ ແລະ ອາເມລິກາ ເລັ່ງໃສ່ບັນດາຮາກຖານນິວເຄຼຍຂອງປະເທດນີ້.