ວັນທີ 26 ມັງກອນ, ສະພາ ອີຢູ ປະກາດວ່າ 27 ປະເທດສະມາຊິກຂອງກຸ່ມ ໄດ້ຮັບຮອງເອົາຂໍ້ດຳນົດສະບັບໜຶ່ງຢ່າງເປັນທາງການ ເພື່ອແນໃສ່ ຍົກເລີກການນຳເຂົ້າອາຍແກັດຈາກ ລັດເຊຍ ເທື່ອລະກ້າວລວມທັງອາຍແກດທີ່ຂົນສົ່ງຜ່ານທໍ່ ແລະ ອາແກັດທຳມະຊາດເຫຼວ (LNG). ສະພາ ອີຢູ ໃຫ້ຮູ້ວ່າ ຂໍ້ກຳນົດນີ້ແມ່ນຂີດໝາຍສຳຄັນໃນການຫັນບັນດາເປົ້າໝາຍ REPowerEU ໃຫ້ປະກົດຜົນເປັນຈິງ ແນໃສ່ຢຸດຕິການເອື້ອຍອີງຂອງ ອີຢູ ເຂົ້າພະລັງງານຂອງ ລັດເຊຍ. ບັນດາຂໍ້ກຳນົດໃໝ່ລວມທັງບັນດາມາດຕະການເພີ່ມທະວີການຕິດຕາມກວດກາຢ່າງມີປະສິດທິຜົນ ແລະ ຫັນແຫຼ່ງສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ.
ຄຳສັ່ງເກືອດຫ້າມຈະເລີ່ມມີຜົນສັກສິດພາຍຫຼັງ 6 ອາທິດນັບແຕ່ຂໍ້ກຳນົດມີຜົນສັກສິດ. ຄຳສັ່ງເກືອດຫ້າມສົບບູນ ສຳລັບການນຳເຂົ້າອາຍແກັດ LNG ຈະມີຜົນສັກສິດນັບແຕ່ຕົ້ນປີ 2027 ແລະ ສຳລັບອາຍແກັດນຳເຂົ້າຜ່ານທໍ່ ຈະມີຜົນສັກສິດນັບແຕ່ລະດູໃບໄມ້ຫຼົ່ນປີ 2027.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
