ກ່ຳປັ່ນຂົນສົ່ງນ້ຳມັນ RN Polaris ຢູ່ ນະຄອນ ທ່າກ່ຳປັ່ນ Nakhodka, ລັດເຊຍ (ພາບ: Reuters) |
ລະອຽດ, ມາດຕະການລົງໂທດຄັ້ງນີ້ແນໃສ່ບັນດາກ່ຳປັ່ນຂົນສົ່ງນ້ຳມັນຈາກບັນດາປະເທດທີ 3 ທີ່ໄດ້ຮັບຖືວ່າ ໄດ້ ແລະ ພວມໜູນຊ່ວຍ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ພ້ອມທັງເພີ່ມເຕີມຫຼາຍອົງການ ແລະ ສ່ວນບຸກຄົນເຂົ້າບັນຊີລົງໂທດ. ຂອບຂະໜາດຂອງການລົງໂທດອາດຈະຂຶ້ນເຖິງເກືອບ 30 ອົງການ, ກວ່າ 50 ສ່ວນບຸກຄົນ ແລະ ກ່ຳປັ່ນຂົນສົ່ງນ້ຳມັນ 45 ລຳ. ໄປຄຽງຄູ່ກັນນັ້ນ, ເອກະສານດັ່ງກ່າວກໍລວມມີການອະນຸຍາດໃຫ້ ສ.ເຊັກໂກ ນຳເຂົ້າບັນດາຜະລິດຕະພັນນ້ຳມັນຈາກ ລັດເຊຍ ຕື່ມອີກ 6 ເດືອນ, ສ່ວນຫຼາຍແມ່ນຜ່ານທາງ Slovakia.
ຕາມແຜນການແລ້ວ, ການລົງໂທດນີ້ ຈະໄດ້ຮັບການຮັບຮອງຢ່າງເປັນທາງການໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ອີຢູ, ເຊິ່ງຄາດວ່າດຳເນີນໃນວັນທີ 16 ທັນວາ. ໄລ່ຮອດປັດຈຸບັນ, ບັນຊີລາຍຊື່ລົງໂທດຂອງ ອີຢູ ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ໄດ້ຂຶ້ນເຖິງປະມານ 2.200 ສ່ວນບຸກຄົນ ແລະ ອົງການ ພ້ອມກັບກ່ຳປັ່ນຂົນສົ່ງນ້ຳມັນກວ່າ 45 ລຳ.

