ທ່ານ ປະທານສະພາເອີຣົບ Antonio Costa, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ແລະ ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (EC)ໃນການຖະແຫຼງຂ່າວຮ່ວມ ຈັດຂຶ້ນໃນວັນທີ 23/7/2025 (ພາບ: David Mareuil/REUTERS)

ວັນທີ 23 ກໍລະກົດ, ສະຫະພາບເອີຣົບ (EU) ແລະ ຍີ່ປຸ່ນ ໄດ້ເລີ່ມເຄື່ອນໄຫວ “ພັນທະມິດແກ້ງແຍ້ງ” ຢ່າງເປັນທາງການດ້ວຍຈຸດປະສົງເປີດກວ້າງການຮ່ວມມືລົງທຶນດ້ານການຄ້າສອງຝ່າຍ, ຊຸກຍູ້ລະບົບສະໜອງຍຸດທະສາດ ແລະ ເພີ່ມທະວີການເປັນເຈົ້າດ້ານເສດຖະກິດ. ພັນທະມິດດັ່ງກ່າວໄດ້ປະກາດໃນກອງປະຊຸມສຸດຍອດ EU - ຍີ່ປຸ່ນ ເຊິ່ງໄດ້ດຳເນີນຢູ່ ໂຕກຽວ ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba, ທ່ານ ປະທານສະພາເອີຣົບ Antonio Costa ແລະ ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (EC).

ເນື້ອໃນສຳຄັນໜຶ່ງຂອງຂໍ້ລິເລີ່ມການຮ່ວມມືພັນທະມິດແມ່ນການພັດທະນາລະບົບສະໜອງທີ່ໄວ້ເນື້ອເຊື່ອໃຈສຳລັບບັນດາແຮ່ທາດຍຸດທະສາດ, ລວມມີແຮ່ທາດຫາຍາກ, Niken, Coban ແລະ pin, ບັນດາວັດສະດຸທີ່ຈຳເປັນໃນຂະແໜງອຸດສາຫະກຳເຕັກໂນໂລຢີສູງ, ການປ້ອງກັນຊາດ ແລະ ພະລັງງານທົດແທນ. ພັນທະມິດດັ່ງກ່າວກໍໄດ້ເຕື້ອງເຖິງຄວາມສາມາດສົມທົບກັນລົງທຶນຮ່ວມລະຫວ່າງບັນດາວິສາຫະກິດເອີຣົບ ແລະ ຍີ່ປຸ່ນ, ມຸ່ງໄປເຖິງການຂຸດຄົ້ນບັນດາບໍ່ແຮ່ຢູ່ປະເທດທີ 3.