(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ) |
ຮີບເຮັ່ງຍື່ນສະເໜີຕໍ່ສະພາແຫ່ງຊາດກົນໄກ, ນະໂຍບາຍພິເສດ, ບຸກທະລຸປະຕິບັດການເຊື່ອມໂຍງເຂົ້າກັບສາກົນ. ນີ້ແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ວາລະປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ຈັດຂຶ້ນໃນຕອນຄ່ຳວັນທີ 26 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ. ວາລະປະຊຸມແມ່ນເພື່ອສືບຕໍ່ຜັນຂະຫຍາຍ, ຫັນມະຕິເລກທີ 59 ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ໃຫ້ເປັນລະອຽດ.
ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ການເຊື່ອມໂຍງເຂົ້າກັບສາກົນໄດ້ກາຍເປັນກຳລັງໜູນສຳຄັນຢ່າງແທດຈິງ ເພື່ອຍົກສູງກຳລັງພາຍໃນ, ຮັບໃຊ້ພາລະກິດພັດທະນາປະເທດຊາດ. ໃນ 7 ເດືອນຜ່ານມາ, ຍອດວົງເງິນສົ່ງອອກສິນຄ້າບັນລຸກວ່າ 514 ຕື້ USD; ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ຈົດທະບຽນ ແລະ ປະຕິບັດບັນລຸ 24 ຕື້ USD, ນອນໃນ top 15 ປະເທດພວມພັດທະນາດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ສູງທີ່ສຸດໃນໂລກ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ:
“ຈິດໃຈແມ່ນເອົາໃຈໃສ່ຊາບຊຶມການຫັນປ່ຽນດ້ານຈິນຕະນາການໃນການເຊື່ອມໂຍງເຂົ້າກັບສາກົນ, ຈາກປະເທດເດີນຕາມຫຼັງ, ເຂົ້າຮ່ວມ, ລົງນາມ, ເຊື່ອມໂຍງ ໄປສູ່ສະພາບຕັ້ງໜ້າຜັນຂະຫຍາຍການປະຕິບັດ, ປະກອບສ່ວນສ້າງ ແລະ ກຳນົດຮູບແບບບັນດາຂອບເຂດການຮ່ວມມື, ກົດເກນໃໝ່. ບໍ່ພຽງແຕ່ດຶງດູດແຫຼ່ງຊັບພະຍາກອນເທົ່ານັ້ນ, ຫາກປະຈຸບັນຕ້ອງເປັນເຈົ້າການ, ແບ່ງປັນການປະກອບສ່ວນແຫຼ່ງກຳລັງໃຫ້ແກ່ບັນດາບັນຫາລວມຂອງໂລກ”.
ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງຮີບເຮັ່ງສ້າງມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດປະຕິບັດການເຊື່ອມໂຍງເຂົ້າກັບສາກົນໃຫ້ສົມບູນແບບ , ເພື່ອນຳການເຊື່ອມໂຍງເຂົ້າກັບສາກົນໃຫ້ກາຍເປັນກຳລັງໜູນແກ່ການພັດທະນາຢ່າງແທດຈິງ.

