ວັນທີ 22 ສິງຫາ, ອີຣານ ແຈ້ງໃຫ້ຊາບວ່າ ຈະສືບຕໍ່ດຳເນີນຮອບເຈລະຈາກ່ຽວກັບໂຄງການນິວເຄຼຍຂອງ ເຕເຮຣານ ກັບຜູ້ຕາງໜ້າ 3 ປະເທດ ເອີລົບ ນັ້ນແມ່ນ ອັງກິດ, ຝລັ່ງ ແລະ ເຢຍລະມັນ (ກຸ່ມ E3) ໃນອາທິດຈະມາເຖິງ. ແຈ້ງການໄດ້ຍົກອອກມາ ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງ ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ແລະ ບັນດານັກການທູດຂັ້ນສູງ ເອີລົບ.

ຕາມກະຊວງການຕ່າງປະເທດ ອີຣານ ແລ້ວ, ບັນດາການເຈລະຈາລະຫວ່າງ ອີຣານ ກັບ 3 ປະເທດ ເອີລົບ ແລະ ສະຫະພາບເອີລົບ (ອີຢູ) ຂັ້ນຮອງລັດຖະມົນຕີການຕ່າງປະເທດ ຈະຈັດຂຶ້ນໃນວັນທີ 26 ສິງຫາ. ກໍ່ທີ່ການໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດ E3, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ກ່າວເຕືອນກ່ຽວກັບຜົນຮ້າຍຂອງເລື່ອງຟື້ນຟູມາດຕະການລົງໂທດສາກົນຕໍ່ກັບ ເຕເຮຣານ. ສ່ວນຝ່າຍ ເອີລົບ, ລັດຖະມົນຕີ ຝລັ່ງ, ເຢຍລະມັນ ໄດ້ຢັ້ງຢືນຂໍ້ມູນຂ່າວທີ່ວ່າ ອີຣານ ແລະ E3 ຈະສືບຕໍ່ຈັດກອງປະຊຸມກ່ຽວກັບບັນຫານິວເຄຼຍໃນອາທິດຈະມາເຖິງ.