ທ່ານ Esmaeil Baghaei ໂຄສົກກະຊວງການຕ່າງປະເທດ ອີຣານ ຢັ້ງຢືນວ່າ ເຕເຮຣານ ມີ “ບັນດາຄວາມມານະພະຍາຍາມຫຼາຍພໍສົມຄວນ” ເພື່ອສະກັດກັ້ນການກະທຳດັ່ງກ່າວ, ດ້ວຍຂໍ້ອ້າງຮອບເຈລະຈາພວມດຳເນີນກັບກຸ່ມ E3 ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍ ປີ 2015, ລວມມີ ຝລັ່ງ, ອັງກິດ ແລະ ເຢຍລະມັນດ ຢູ່ ເຊີແນວ (ສະວິດ) ແລະ ດຳເນີນການປຶກສາຫາລືກັບບັນດາປະເທດກຳມະການອື່ນຂອງສະພາຄວາມໝັ້ນຄົງ ສປຊ. ທ່ານ Esmaeil Baghaei ກໍໃຫ້ຮູ້ວ່າ ເຕເຣຣານ “ໄດ້ຕົກລົງວ່າ ບັນດາການພົບປະລະຫວ່າງສອງຝ່າຍຈະສືບຕໍ່ໃນຊຸມວັນຈະມາເຖິງ”.

ບັນດາການປຶກສາຫາລືໄດ້ສຸມໃສ່ການຍົກເລີກບັນດາຄຳສັ່ງລົງໂທດ ແລະ ອະນາຄົດຂອງມະຕິສະບັບເລກທີ 2231, ເຊິ່ງເຄີຍສະໜັບສະໜູນຂໍ້ຕົກລົງນິວເຄຼຍ 2015.