ໂດຍຕອບຮັບຄຳເຊີນຂອງ ທ່ານ ນາງ Tulia Ackson, ປະທານ ສະຫະພັນລັດຖະສະພາສາກົນ (IPU), ທ່ານ Martin Chungong, ເລຂາທິການໃຫຍ່ IPU, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 152 ຂອງ IPU ຢູ່ ອິດສະຕານບູນ, ປະເທດ ຕວັກກີ, ດຳເນີນການເຄື່ອນໄຫວ 2 ຝ່າຍຢູ່ ຕວັກກີ ແລະ ຢ້ຽມຢາມປະເທດ ສ.ອີຕາລີ ຢ່າງເປັນທາງການ, ແຕ່ວັນທີ 11 – 17 ເມສາ. ຕອນເຊົ້າວັນທີ 11 ເມສາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ອີຕາລີ ຢ່າງເປັນທາງການ.
ການຢ້ຽມຢາມໄດ້ປະກອບສ່ວນຢືນຢັນທີ່ຕັ້ງ ແລະ ຈິນຕະນາການການຕ່າງປະເທດໃໝ່ຂອງ ຫວຽດນາມ; ສະແດງໃຫ້ເຫັນການສະໜັບສະໜູນຢ່າງແຮງຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ ແລະ ເຄົາລົບກົດໝາຍສາກົນ ແລະ ສືບຕໍ່ສະແດງໃຫ້ເຫັນເລື່ອງຖືເປັນສຳຄັນ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ IPU; ເຮັດໃຫ້ການພົວພັນກັບບັນດາປະເທດ, ຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ.
