ເຖິງວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ເສດ​ຖະ​ກິດ​ທົ່ວ​ໂລກ​​ທີ່ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ​ກໍ​ຕາມ, ​ແຕ່ຫຼາຍ​ຂົງ​ເຂດ, ຂະ​ແໜງ​ການ​ຂອງ ຫວຽດ​ນາມ ຍັງ​ຮັບ​ຮູ້​ລະ​ດັບ​ເຕີບ​ໂຕ “2 ຕົວ​ເລກ” ໃນ​ໄຕ​ມາດ​ທີ 1 ປີ 2026, ໜ້າ​ສົນ​ໃຈ​ຄື: ວົງ​ເງິນ​ນຳ​ເຂົ້າ - ສົ່ງ​ອອກ ເພີ່ມ​ຂຶ້ນ​ກວ່າ 19% (​ຄາດ​ວ່າ​ບັນ​ລຸມ​ູນ​ຄ່າ 112,9 ຕື້ USD); ຍອດ​ລາຍ​ຮັບ​ການ​ຂາຍ​ຍ່ອຍ​ສິ​ນ​ຄ້າ ແລະ ລາຍ​ຮັບ​ການ​ບໍ​ລິ​ການ​ບໍ​ລິ​ໂພກ​ເພີ່ມ​ຂຶ້ນ​ປະ​ມານ 10,9%; ແຫຼງ​ສະ​ໜອງ​ສິນ​ຄ້າ​ຈຳ​ເປັນ​ ພິ​ເສດ​ແມ່ນ​ ນ້ຳ​ມັນ, ພະ​ລັງ​ງານ ໄດ້​ຮັກ​ສາ​ເປັນ​ປົກ​ກະ​ຕິ​ໂດຍ​ພື້ນ​ຖານ ໃນ​ສະ​ພາບ​ເສດ​ຖະ​ກິດ​ໂລກ​ຂາດ​ສະ​ຖຽນ​ລະ​ພາບ… ນີ້​ແມ່ນ​ຂໍ້​ມູນ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ການ​ປ​ະ​ຊຸມ​ຖ​ະ​ແຫຼງ​ຂ່າວ​ປະ​ຈຳ​ໄລ​ຍະ​ໄຕ​ມາດ​ທີ 1 ປີ 2026 ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ, ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 09 ເມ​ສາ.

ໃນ​ຂົງ​ເຂດ​ນຳ​ເຂົ້າ, ມີ​ຕະ​ຫຼາດ​ຈຳ​ນວນ​ໜຶ່ງ​ໄດ້​ຮັບ​ຮູ້​ລະ​ດັບ​ເຕີບ​ໂຕ​ທີ່​ໜ້າ​ປະ​ທັບ​ໃຈ, ຄື: ຮົ່ງ​ກົງ (ຈີນ), ຈີນ, ອາ​ເມ​ລິ​ກາ. ນີ້​ແມ່ນ​ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ວ່າ ວິ​ສາ​ຫະ​ກິດ​ໄດ້​ເປັນ​ເຈົ້າ​ການກວ່າ​ໃນ​ການ​ຍາດ​ແຍ່ງ​ກາ​ລະໂອ​ກາດ​ຂອງ​ຕະ​ຫຼາດ ແລະ ຂຸດ​ຄົ້ນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຍູ້​ແຮງ​ການ​ນ​ຳ​ເ​ຂົ້າ - ສົ່ງ​ອອກ​ໃນ​ໄຕ​ມາດ​ທີ 2 ປີ 2026, ທ່ານ ບຸຍ​ຮຸຍ​ເຊີນ, ຫົວ​ໜ້າ​ກົມ​​ແຜນ​ການ​ການ​ເງິນ ແລະ ຄຸ້ມ​ຄອງວິ​ສາ​ຫະ​ກິດ, ກະ​ຊວງ​ອຸດ​ສາ​ຫະ​ກຳການ​ຄ້າ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ທີ​ 1 ສຸມ​ໃສ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ຮັບ​ປະ​ກັນ​ການ​ສະ​ໜອງວັດ​ຖຸ​ດິບ, ເຊື້ອ​ເພີງ​ຮັບ​ໃຊ້​ການ​ຜະ​ລິດ ແລະ ການ​ດຳ​ລົງ​ຊີ​ວິດ. ທີ 2 ສຸມ​ໃສ່​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ອຸດ​ສາ​ຫະ​ກຳ ແລະ ລະ​ບົບ​ສະ​ໜອງ​ຄືນ​ໃໝ່ ເພື່ອ​ຍົກ​ສູງ​ກຳ​ລັງ​ເປັນ​ເຈົ້າ​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ພາຍ​ໃນ​ປະ​ເທດ. ທີ 3, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ - ສົ່ງ​ອອກ ແລະ ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນຫັນ​ຕະ​ຫຼາດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຢ​ູ່​ ຕາ​ເວັນ​ອອກ​ກາງ, ອາ​ເມ​ລິ​ກາ ລາ​ຕິ​ນ ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ ແລະ ຫັນ​ຕະ​ຫຼາດ​​ສົ່ງ​ອອກ​ໃຫ້​​ໄດ້​ຫຼາຍ​ທີ່ສຸດ​, ຕິດ​ພັນ​ກັບ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ - ສົ່ງ​ອອກ”.