ຕອນ​ເຊົ້າ​ວັນ​ທີ 10 ເມ​ສາ, ຢູ່​ນະ​ຄອນ​ຫ​ຼວງ ວຽງ​ຈັນ, ລາວ, ໄດ້​ຈັດ​ກອງ​ປະ​ຊຸມ​ຮ່ວມ​ມື​ຮັກ​ສາ​ຄວ​າມ​ສະ​ຫງົບ ຫວຽດ​ນາມ - ລາວ ຄັ້ງ​ທີ 16. ທ່ານພົນ​ໂທ ຟ້າມ​ເທ​ຕຸງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ແລະ ທ່ານພັນ​ຕີ ແອນ ອຸ່ນອານົງນຸດ, ຮອງ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ຫົວ​ໜ້າ​ກົມປ້ອງ​ກັນ​ຄວາມ​ສະ​ຫງົບ, ກະ​ຊວງ​ຕຳ​ຫຼວດ​ ລາວ​, ເປັນ​ປະ​ທານກອງ​ປະ​ຊຸມ.

ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ລະ​ຫວ່າງ 2 ກຳ​ລັງ​​ປ້ອງ​ກັນ​ຄວາມ​ສະ​ຫງົບຂອງ 2 ປະ​ເທດ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ໂດຍ​ສະ​ເພາະ​ແມ່​ນ​ລະ​ຫວ່າງ​ບັນ​ດາ​ຫົວ​ໜ່ວຍ​ວິ​ຊາ​ການ ແລະ ຕຳ​ຫຼວດ​ທ້ອງ​ຖິ່ນ​ຕິດ​ກັບ​ຊາ​ຍ​ແດນ; ພິ​ເສດ ຖື​ເປັນ​ສຳ​ຄັນ​ກົນ​ໄກ​ແລກ​ປ່ຽນ​ຂໍ້​ມູນ, ສະ​ພາບ​ການ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ເພື່ອ​ໃຫ້ 2 ປະ​ເທດ​ມີ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ, ຕໍ່​ສູ້, ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ໃນ​ສະ​ພາບ​ການ​ໃໝ່…

ນອກນັ້ນ, 2 ຝ່າຍກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ດ້ານ​ທັດ​ສະ​ນະ, ຫຼັກ​ໝັ້ນ​ຂອງ 2 ປະ​ເທດ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​​ການຮ່​ວມ​ມື​​ຮັກ​ສາ​ຄວ​າມ​ສະ​ຫງົບ​ສາ​ກົນ ແລະ ພາກ​ພື້ນ; ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ການກໍ່​ການ​ຮ້າຍ​ສາ​ກົນ​ຂອງ​ບັນ​ດາ​ປະ​ເທດໃນ ອາ​ຊຽນ; ສົມ​ທົບ​ກັ​ນ​ຮັບ​ປະ​ກັນ​ຄວາມ​​ສະ​ຫງົບ​ໃຫ້​ແກ່​ເຫດ​ການ​ໃຫຍ່​ທີ່​ຈັດ​ຂຶ້​ນ​ຢູ່ ລາວ ແລະ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທີ່ກອງ​ປະ​ຊຸມ, ຮອງ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກກອງ​ປະ​ຊຸມ​ຮ່ວມ​ມື​​ຮັກ​ສາ​ຄວາມ​ສະ​ຫງົບ ລາວ - ຫວຽດ​ນາມ ຄັ້ງ​ທີ 16.