ທີ່ການໂອ້ລົມທາງໂທລະສັບ(ພາບ: VGP)
|
ຕອນບ່າຍວັນທີ 15 ເມສາ, ໃນການໂອ້ລົມທາງໂທລະສັບກັບທ່ານນາງ Kaja Kallas, ຮອງປະທານຄະນະກຳມະການ ເອີລົບ (ອີຊີ), ຜູ້ຕາງໜ້າຂັ້ນສູງ ອີຢູ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ, ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ 2 ຝ່າຍສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໃຫ້ມີປະສິດທິຜົນ ແລະ ສ້າງຄວາມສະດວກແກ່ການຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍຢ່າງແຮງ. ທ່ານ ບຸຍແທັງເຊີນ ກໍ່ສະເໜີໃຫ້ ອີຊີ ຍົກເລີກບັດເຫຼືອງສຳລັບການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ທີ່ໄດ້ຄິດໄລ່ເຖິງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU). ທ່ານ ບຸຍແທັງເຊີນ ຢືນຢັນວ່າ, ອີຢູ ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ແລະ ສະເໜີໃຫ້ ອີຢູ ຕ້ອງຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA).
ສ່ວນທ່ານນາງ Kaja Kallas, ຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ອີຢູ ຢູ່ພາກພື້ນ ອາຊີ - ປາຊີຟິກ, ທ່ານນາງປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີການແລກປ່ຽນ, ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ.

