(ພາບ: ກະຊວງການຕ່າງປະເທດ ຈີນ)

ວັນທີ 18 ສິງຫາ, ທ່ານ Subrahmanyam Jaishankar ລັດຖະມົນຕີການຕ່າງປະເທດ ອິນເດຍ ໄດ້ມີການພົບປະເຈລະຈາກັບທ່ານ ຫວາງອີ ຄູ່ຕຳແໜ່ງຂອງ ຈີນ ຢູ່ນະຄອນຫຼວງ ນິວເດລີ ໃນສະພາບການທີ່ສອງຝ່າຍ ພວມມານະພະຍາຍາມສ້າງຄວາມໄວ້ວາງໃຈຄືນໃໝ່ ແລະ ຄວບຄຸມຄວາມເຄັ່ງຕຶງຢູ່ເຂດຊາຍແດນທີ່ໄດ້ແກ່ຍາວນັບແຕ່ປີ 2020. ກ່າວຄຳເຫັນທີ່ການພົບປະ, ທ່ານ Jaishanka ເນັ້ນໜັກວ່າ: “ບັນດາຄວາມແຕກຕ່າງກັນລະຫວ່າງສອງປະເທດ ບໍ່ໄດ້ກາຍເປັນການແກ່ງແຍ້ງກັນ” ພ້ອມທັງຢັ້ງຢືນວ່າ ສັນຕິພາບ ແລະ ສະຖຽນລະພາບຢູ່ລຽບຕາມເຂດຊາຍແດນ ຄວບຄຸມຕົວຈິງ (LAC) ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອປັບປຸງການພົວພັນສອງຝ່າຍ.

ໃນຂອບເຂດການຢ້ຽມຢາມ ອິນເດຍ ຂອງທ່ານ ຫວາງອີ, ສອງຝ່າຍໄດ້ຈັດຮອບເຈລະຈາຂັ້ນທູດພິເສດຄັ້ງທີ 24 ກ່ຽວກັບບັນຫາຊາຍແດນ ອິນເດຍ-ຈີນ ໂດຍມີການເຂົ້າຮ່ວມຂອງທ່ານ Ajit Doval ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ. ໃນໂອກາດນີ້, ຄາດວ່າ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ກໍ່ຈະພົບປະກັບທ່ານນາຍົກລັດຖະມົນຕີ Modi.

ທ່ານນາງ ໝາວໜິງ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ບັນດາຮອບເຈລະຈາຫວ່າງມໍ່ໆມານີ້ຂອງສອງປະເທດ ບັນລຸໄດ້ຄວາມຄືບໜ້າໃນບັນຫາຈັດແບ່ງ ແລະ ຄຸ້ມຄອງເຂດຊາຍແດນ ພ້ອມທັງຢືນຢັນວ່າ ສອງຝ່າຍພວມຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຜ່ານທາງການທູດໃນປີ 2025 ນີ້.