ພິທີເລີ່ມລົງມືກໍ່ສ້າງໂຄງການທ່າກຳປັ່ນສັງລວມສາກົນ ຮ່ອນລາ (ພາບ: nhandan.vn)

ນີ້ແມ່ນໂຄງການຈຸດສມພັດທະນາພື້ນຖານໂຄງລ່າງທ່າກຳປັ່ນທະເລ, ຊຸກຍູ້ການພັດທະນາເສດຖະກິດສັງຄົມ ຂອງແຂວງກ໋ວາງບິ່ງ ແລະ ພາກພື້ນ. ໂຄງການທ່າກຳປັ່ນ ສັງລວມສາກົນ ຮ່ອນລາມີເນື້ອທີ່ກວ່າ 39 ເຮັກຕາ, ດ້ວຍຍອດເງິນລົງທຶນເກືອບ 90 ລ້ານ USD. ທ່າກຳປັ່ນໄດ້ຮັບການວາງແຜນກຳນົດຢ່າງຄົບຊຸດ ດ້ວຍບັນດາໂຄງການດ້ານເຕັກນິກທີ່ທັນສະໄໝ. ທ່ານ ເຈິ່ນຟອງ, ປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງບິ່ງ ໃຫ້ຮູ້ວ່າ:

ດ້ວຍທີ່ຕັ້ງທີ່ສະດວກກ່ຽວກັບກະແສທະເລ ແລະ ຄົມມະນາຄົມທາງບົກ, ພາຍຫຼັງໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວທ່າກຳປັ່ນສັງລວມສາກົນ ຮ່ອນລາ ຈະກາຍເປັນຂົວສົ່ງຄຽນຖ່າຍສິນຄ້າສຳຄັນໃນພາກພື້ນ, ຮັບສິນຄ້າສອງສົ້ນຈາກໄທ, ລາວ, ມຽນມາ, ຈີນ ແລະ ບັນດາສູນເສດຖະກິດໃຫຍ່ຜ່ານທາງທະເລ. ບໍ່ພຽງແຕ່ສວມບົດບາດສຳຄັນໃນການຂົນສົ່ງສິນຄ້າເທົ່ານັ້ນ ທ່າກຳປັ່ນຫາກຍັງມີໜ້າທີ່ຮັບກຳປັ່ນທ່ອງທ່ຽວສາກົນ, ເປີດໂອກາດພັດທະນາການທ່ອງທ່ຽວທະເລ, ປະກອບສ່ວນສ້າງກຳລັງໜູນການເຕີບໂຕແບບຍືນຍົງໃຫ້ແກ່ແຂວງ ກ໋ວາງບິ່ງ ອີກດ້ວຍ.