ທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ |
ວັນທີ 17 ເມສາ, ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານ ເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໃນລະຫວ່າງວັນທີ 14 – 15 ເມສາ, ທ່ານ ໂຄສົກກະຊວງການຕ່າງປະເທດ ຈີນ ຫຼິນຈຽນ ຊີ້ແຈ້ງວ່າ ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປີດແງ່ຫວັງໃໝ່ໃຫ້ແກ່ການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດ ທີ່ມີຄວາມໝາຍຍຸດທະສາດ ແລະ ການພັດທະນາຂອງພາລະກິດສັງຄົມນິຍົມຂອງສອງປະເທດ, ສົ່ງພະລັງງານອັນຕັ້ງໜ້າເຂົ້າການວັດທະນາຖາວອນ ແລະ ສະຖຽນລະພາບຂອງພາກພື້ນ ແລະ ໂລກ. ທ່ານ ຫຼິນຈຽນ ຢັ້ງຢືນວ່າ ຝ່າຍຈີນ ຈະພ້ອມກັບຫວຽດນາມປະຕິບັດບັນດາຄວາມຮັບຮູ້ລວມສຳຄັນເຊິ່ງການນຳຂັ້ນສູງສອງພັກ, ສອງລັດບັນລຸໄດ້ຢ່າງເຂັ້ມງວດ, ສືບທອດການພົວພັນມິດຕະພາບທີ່ເປັນມູນເຊື້ອ “ນ້ຳໃຈທີ່ເຂັ້ມຂຸ້ນລະຫວ່າງ ຫວຽດ - ຈີນ, ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”, ຮັບປະກັນການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມທີ່ມີຄວາມໝາຍຍຸດທະສາດພັດທະນາຢ່າງເປັນປົກກະຕິ ແລະ ຍາວນານ.

