ເຂົ້າຮ່ວມຮອບຄັດເລືອກນີ້ ມີ 146 ແບບຢ່າງກາເຟ (ພາບ: VOV)

ເຂົ້າຮ່ວມຮອບຄັດເລືອກນີ້ ມີ 97 ແບບຢ່າງກາເຟ Robusta ແລະ 49 ແບບຢາງ ກາເຟ Arabica ທີ່ມາຈາກບັນດາເຂດປູກກາເຟທີ່ມີຊື່ສຽງຄື: ດັກລັກ, ເລິມດົ່ງ, ຢາລາຍ, ດັກນົງ, ກອນຕຸມ, ກວ໊າງຈິ ແລະ ເຊີນລາ… ໃນໄລຍະແຕ່ວັນທີ 20 – 23 ເມສາ . ຄະນະກຳມາທິການຈະຕີລາຄາ, ໃຫ້ຄະແນນບັນດາແບບຢ່າງຕາມມາດຕະຖານສາກົນ. ທ່ານ ຈິ້ງດຶກມິງ, ປະທານສະຫະສະມາຄົມ ກາເຟ ບວນມາທວດ, ຫົວໜ້າຄະນະຈັດຕັ້ງການປະກວດ ກາເຟ ພື້ນບ້ານ ຫວຽດນາມ, ໃຫ້ຮູວ່າ ການປະກວດດດັ່ງກ່າວ ໄດ້ປະກອບສ່ວນຍົກສູງຄຸນຄ່າ ແລະ ອິດທິພົນຊືຂອງ ກາເຟ ຫວຽດນາມ:

“ປີ 2025 ເລີ່ມປະກົດມີໃບສັ່ງຊື້ສິນຄ້າລອດໃຫຍ່ ແລະ ໃຫຍ່ສຸດແມ່ນ 30 ໂຕນ, ໄປຄຽງຄູ່ກັນນັ້ນ ກໍຍັງມີໃບສັ່ງຊື້ຍ່ອຍນຳຊາວກະສິກອນ ທີ່ຫາກໍ່ເຂົ້າຮ່ວມຕະຫຼາດ ກາເຟ ພື້ນບ້ານ. ທີສອງແມ່ນ ການປະດິດຄິດສ້າງ, ເຊິ່ງໄດ້ສະແດງຢູ່ບັນດາແບບວິທີປຸງແຕ່ງ ເພື່ອນຳມາເຊິ່ງຄຸນນະພາບດີທີ່ສຸດໃຫ້ແກ່ຜູ້ບໍລິໂພກ.”