ສະພາບການຢູ່ນະຄອນ ກາຊາ ໃນວັນທີ 4 ກໍລະກົດ 2025 (ພາບ: THX/TTXVN)

ວັນທີ 12 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Badr Abdelatty ໄດ້ແຈ້ງໃຫ້ຊາບກ່ຽວກັບເລື່ອງປະເທດນີ້ພວມມານະພະຍາຍາມພ້ອມກັບບັນດາຝ່າຍເປັນກາງໄກ່ເກ່ຍອື່ນຄື ກາຕາ ແລະ ອາເມລິກາ, ເພື່ອເປັນກາງໄກ່ເກ່ຍໃຫ້ແກ່ຄຳສັ່ງຢຸດຍິງທີ່ແກ່ຍາວ 60 ວັນ, ຄືດັ່ງສ່ວນໜຶ່ງໃນຄວາມມານະພະຍາຍາມໃໝ່ ແນໃສ່ຢຸດຕິການປະທະກັນລະຫວ່າງ ອິດສະຣາແອັນ - ຮາມາດສ.

ທ່ານ Badr Abdelatty ກໍໃຫ້ຮູ້ວ່າ ຄຳສັ່ງຢຸດຍິງ ລວມທັງການປ່ອຍຕົວປະກັນ ແລະ ຊາວ ປາແລັດສະຕິນ ຈຳນວນໜຶ່ງທີ່ຖືກກັກຂັງ, ພ້ອມດຽວກັນນັ້ນແມ່ນສະໜອງການຊ່ວຍເຫຼືອມະນຸດສະທຳ ແລະ ສາທາລະນະສຸກໃຫ້ແກ່ເຂດ ກາຊາ ເຊິ່ງບໍ່ມີຂໍ້ຈຳກັດ ແລະ ໄຮ້ເງື່ອນໄຂ.

ໃນຂະນະນັ້ນ, ແຫຼ່ງຂ່າວຈາກ ປາແລັດສະຕິນ ໃຫ້ຮູ້ວ່າ ຄະນະຜູ້ແທນຂັ້ນສູງຂອງ ຮາມາດສ, ໂດຍທ່ານ Khalil Al – Hayya ນຳໜ້າ ໄດ້ເດີນທາງໄປຍັງ ອີຢິບ, ເຂົ້າຮ່ວມການພົບປະໃນວັນທີ 13 ສິງຫາ ກັບບັນດາເຈົ້າໜ້າທີ່ ອີຢິບ ກ່ຽວກັບຄຳສັ່ງຢຸດຍິງ.

ບັນດາການເຈລະຈາຢຸດຍິງຢູ່ ເຂດ ກາຊາ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ ໃນສະພາບການ ອິດສະຣາແອັນ ມີແຜນການເປີດກວ້າງການເຄື່ອນໄຫວດ້ານການທະຫານຢູ່ນະຄອນ ກາຊາ ແລະ ໄພອຶດຫິວພວມເກີດຂຶ້ນເປັນວົງກວ້າງຢູ່ດິນແດນດັ່ງກ່າວ.

ໃນການຜັນແປອື່ນທີ່ກ່ຽວຂ້ອງ, ຕອນຄ່ຳວັນທີ 12 ສິງຫາ, ອົດສະຕາລີ ພ້ອມດ້ວຍ 28 ປະເທດ ໄດ້ອອກຖະແຫຼງການຮ່ວມ ຮຽກຮ້ອງ ອິດສະຣາແອັນ ອະນຸຍາດໃຫ້ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ ກາຊາ ແລະ ຍົກເລີກຮົ້ວກີດຂວາງສຳລັບການເຄື່ອນໄຫວຂອງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຢູ່ທີ່ນີ້.

ນັກຂ່າວ VOV ປະຈໍ ອີຢິບ ແລະ ອົດສະຕາລີ