ທ່ານນາງ Kamala Harris ແລະ ທ່ານ Donald Trump (ພາບ: Reuters) |
ລັດສະໜາມຮົບ ໝາຍເຖິງບັນດາລັດ ທີ່ມີຈຳນວນບັດຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງຫຼາຍ ແຕ່ບໍ່ມີຜູ້ສະໝັກເລືອກຕັ້ງຂອງພັກໃດຍາດໄດ້ທ່າໄດ້ປຽບຢ່າງຈະແຈ້ງໃນການເລືອກຕັ້ງ. ປີ 2024, 7 ລັດສະໜາມຮົບ ທີ່ມີຄວາມໝາຍຕັດສິນລວມມີ ລັດ Arizona, Georgia, Michigan, Nevada, North Carolina, Pennsylvania ແລະ Wisconsin. ຕາມຕົວເລກຂອງ Fox News, ລັດ Wisconsin ພວມເຫັນປະຈັດຕາການແຂ່ງຂັນຢ່າງຕື້ນເຕັ້ນທີ່ສຸດ ດ້ວຍອັດຕາຜູ້ສະໜັບສະໜູນໃຫ້ຜູ້ສະໝັກເລືອກຕັ້ງທັງສອງ ລ້ວນແຕ່ຢູ່ລະດັບ 49% ເມື່ອທຽບໃສ່ເກືອບ 50% ຈຳນວນບັດໄດ້ນັບແລ້ວ. ໄລຍະຫ່າງລະຫວ່າງສອງທ່ານຢູ່ ລັດ Michigan ກໍໃກ້ກັນທີ່ສຸດ, ທ່ານນາງ Kamala Harris ມີຄະແນນສູງກວ່າຄູ່ແຂ່ງ Donald Trump ດ້ວຍອັດຕາ 49,9% ແລະ 48,3%. ໃນຂະນະນັ້ນ, ທ່ານ Donald Trump ພວມມີ່ທ່າໄດ້ປຽບຢູ່ບັນດາລັດທີ່ຍັງເຫຼືອ.
ໄລ່ຮອດ 10 ໂມງ 15 ນາທີ ຕອນເຊົ້າວັນທີ 6 ພະຈິກ ຕາມເວລາທ້ອງຖິ່ນ ຫວຽດນາມ, ທ່ານ Trump ຍາດໄດ້ 205 ບັດຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ ເມື່ອທຽບໃສ່ 117 ບັດຂອງທ່ານນາງ Kamala Harris. ເພຶ້ອກາຍເປັນປະທານາທິບໍດີ, ຜູ້ສະໝັກເລືອກຕັ້ງຕ້ອງຍາດໄດ້ຈຳນວນບັດຂອງຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ ຢ່າງໜ້ອຍສຸດ 270 ບັດ ໃນຈຳນວນ 538 ບັດ.

