ການນຳພັກ, ລັດ ເຂົ້າສູ້ສານ ອາໄລຫາ ປະທານໂຮ່ຈີມິນ (ພາບ: ຟ້າມຫາຍ)

ເນື່ອງໃນໂອກາດ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ ຫວຽດນາມ (19/8/1945-19/8/2025), 20 ປີແຫ່ງວັນທົ່ວປວງຊົນປົກປ້ອງຄວາມສະຫງົບແຫ່ງຊາດ (19/8/2005-19/8/2025), ຕອນເຊົ້າວັນທີ 17 ສິງຫາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານໄດ້ໄປວາງພວງມາລາ, ເຂົ້າສູ້ສານ ອາໄລຫາປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຖະໜົນ ບັກເຊີນ (ຮ່າໂນ້ຍ). ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລື່ອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ.

ດ້ວຍການສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ, ບັນດາການນຳພັກ, ລັດ ໄດ້ສະແດງຄວາມອາໄລຫາປະທານໂຮ່ຈີມິນ, ການນຳປີຊາສາມາດ, ນັກວິລະຊົນປົດປ່ອຍຊາດ, ຜູ້ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອປະຊາຊົນ, ເພື່ອປະເທດຊາດ. ໃນຕະຫຼາດຊີວິດເຄື່ອນໄຫວປະຕິວັດຂອງຕົນ, ທ່ານປະທານໂຮ່ຈີມິນ ຍາມໃດກໍ່ສະຫງວນນ້ຳໃຈພິເສດ ແລະ ການຊີ້ນຳຢ່າງຕະຫຼາດ, ຕິດແທດ, ລະອຽດສຳລັບຕຳຫຼວດປະຊາຊົນ. ໄລຍະ 80 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ ໄດ້ຢັ້ງຢືນຄຸນນະທາດປະຕິວັດ, ກຳລັງຕໍ່ສູ້ຢ່າງເດັດດຽວໜຽວແໜ້ນຂອງກຳລັງຕຳຫຼວດປະຊາຊົນ ເຊິ່ງແມ່ນຳລັງປະກອບອາວຸດທີ່ເປັນໜ້າໄວ້ວາງໃຈຂອງພັກ, ລັດ ແລະ ປະຊາຊົນ.