ທ່ານເອກອັກຄະລັດຖະທູດ ຮ່າກິມງອກ, Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ທ່ານ ໂດ້ຕຽນສີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (ພາບ: VOV) |
ຕອນເຊົ້າວັນທີ 22 ສິງຫາ, ພະແນກຂ່າວ ແລະ ບົດ, ວິທະຍຸກະຈາຍສຽງ ຫວຽດນາມ, ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ “30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ: ສ້າງສັນຕິພາບເພື່ອການຮ່ວມມື, ພັດທະນາ ແລະ ວັດທະນາຖາວອນ” ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນສອງທ່ານ ນັ້ນແມ່ນ ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ ຮ່າກິມງອກ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ.
ທີ່ການຕ້ອນຮັບເອກອັກຄະລັດຖະທູດສອງທ່ານ, ທ່ານ ໂດ້ຕຽນສີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ໄດ້ກ່າວວ່າ:
“ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເພາະການພົວພັນອັນອົບອຸ່ນລະຫວ່າງສອງປະເທດ, ສະແດງນ້ຳໃຈເຊື່ອມໂຍງສາກົນ, ໂດຍສະເພາະແມ່ນການເຊື່ອມໂຍງດ້ານເສດຖະກິດສາກົນຂອງ ຫວຽດນາມ. ການຢ້ຽມຢາມ ຫວຽດນາມຄັ້ງຕ່າງໆຂອງບັນດາປະທານາທິບໍດີ ອາເມລິກາ ແລະ ການຢ້ຽມຢາມ ອາເມລິກາ ຂອງການນຳ ຫວຽດນາມ, ພວກຂ້າພະເຈົ້າລ້ວນແຕ່ລົງຂ່າວ, ຮູບພາບສະແດງຄວາມເຄົາລົບນ້ຳໃຈລະຫວ່າງປະຊາຊົນສອງປະເທດ, ຈາກນັ້ນພ້ອມກັນກ້າວຂຶ້ນໃນອະນາຄົດ.”
ໃນການໂອ້ລົມສົນທະນາ, ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ຫວນຄືນບັນດາຂີດໝາຍທີ່ໜ້າຈື່ຈຳໃນການພົວພັນລະຫວ່າງສອງປະເທດ, ພ້ອມທັງແລກປ່ຽນ, ແບ່ງປັນບັນດາກຳນົດທິດໃໝ່, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ.

