ສະພາບການຢູ່ເຂດຊາຍແດນລະຫວ່າງ ກາຊາ ແລະ ອິດສະຣາແອັນ ໃນວັນທີ 19 ສິງຫາ 2025 (ພາບ: REUTERS/Amir Cohen)

ວັນທີ 19 ສິງຫາ, ທ່ານນາງ Karoline Leavitt ໂຄສຍົກທຳນຽບຂາວ ຢັ້ງຢືນວ່າ ອາເມລິກາ ສືບຕໍ່ປຶກສາຫາລືກັບບັນດາຝ່າຍທີ່ກ່ຽວຂ້ອງກ່ຽວກັບຂໍ້ສະເໜີຢຸດຍິງຊົ່ວຄາວລະຫວ່າງ ອິດສະຣາແອັນ ແລະ ຮາມາດສ ໂດຍ ອີຢິບ ແລະ ກາຕາ ເປັນກາງໄກ່ເກ່ຍ. ໃນວັນດຽວກັນ, ທ່ານ Majed al-Ansari ໂຄສົກກະຊວງການຕ່າງປະເທດ ກາຊາ ໄດ້ເນັ້ນໜັກເຖິງຂໍ້ຕົກລົງ ເຊິ່ງ ຮາມາດສ ໄດ້ຮັບຮອງ, ໃນນັ້ນ ລວມມີ “ຂັ້ນຕອນມຸ່ງໄປເຖິງການຢຸດຍິງຍາວນານຢ່າງຈະແຈ້ງ”.

ຕາມຂໍ້ສະເໜີ, ຮາມາດສ ຈະມອບຕົວປະກັນ ອິດສະຣາແອັນ 28 ຄົນ ເພື່ອແລກເອົາເລື່ອງ ອິດສະຣາແອັນ ປ່ອຍຊະເລີຍເສິກ ປາແລັດສະຕິນ 200 ຄົນ ພ້ອມດ້ວຍແມ່ຍິງ ແລະ ເດັກນ້ອຍຫຼາຍຄົນ. ພ້ອມດຽວກັນນັ້ນ, ອິດສະຣາແອັນ ຈະຖອນກຳລັງສ່ວນໜຶ່ງອອກຈາກເຂດ ກາຊາ ແລະ ອະນຸຍາດໃຫ້ເພີ່ມທະວີຊ່ວຍເຫຼືອມະນຸດສະທຳ.

ສ່ວນ ອິດສະຣາແອັນ ຢັ້ງຢືນວ່າ ພຽງແຕ່ຮັບຮອງຂໍ້ຕົກລົງຮອບດ້ານ, ຕາມນັ້ນແລ້ວ ຕົວປະກັນທັງໝົດ 50 ຄົນຕ້ອງໄດ້ຮັບການປ່ອຍອິດສະຫຼະ. ບັນດາຮອບເຈລະຈາກ່ອນໜ້ານັ້ນ ໂດຍ ທ່ານ Steve Witkoff ທູດພິເສດ ອາມເລິກາ ກ່ຽວກັບຕາເວັນອອກກາງ ຊຸກຍູ້ໄດ້ຢຸດໄວ້ຊົ່ວຄາວ ຍ້ອນມີບາງເນື້ອໃນຍັງບໍ່ທັນຕົກລົງເປັນເອກະພາບ.