ວັນ​ທີ 13 ເມ​ສາ, ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ​ກອງ​ທັບ​ປະ​ເທດ​ນີ້​ໄດ້​ເລີ່ມ​ຕົ້ນ​​ປິດ​ລ້ອມ​ບັນ​ດາ​ກຳ​ປັ່ນທີ່​ອອກ​ທ່າ​ກຳ​ປັ່ນ​ຂອງ​ອີ​ຣານ, ພາຍຫຼັງ​ຮອບ​ເຈ​ລະ​ຈາ​ຍາມ​ທ້າຍ​ອາ​ທິດ​ຢູ່ Islamabad (ປາ​ກິດ​ສະ​ຖານ) ບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຕິ​ການ​ປະ​ທະ​ກັນ. ຕາມ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ແລ້ວ, ສອງ​ຝ່າຍ​ຍັງ​ຮັກ​ສາ​ການຕິດ​ຕໍ​ພົວ​ພັນ ແລະ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ມາດ​ຕະ​ການແກ້​ໄຂ. ທ່ານ Shehbaz Sharif ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິດ​ສະ​ຖານ ກໍ່​ຢັ້ງ​ຢືນ​ວ່າ ບັນ​ດ​າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ​ຍັງ​ພວມ​ດຳ​ເນີນຢູ່.

ໃນ​ວັນ​ດຽວ​ກັນ, ທ່ານ​ António Guterres ເລ​ຂາ​ທິ​ກາ​ນ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ອາ​ເມ​ລິ​ກາ ແລະ ອີ​ຣານ​ກັບ​ຄືນ​ສູ່​ໂຕະ​ເຈ​ລະ​ຈາ, ເຄົ​າ​ລົບ​ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ​ຢູ່​ຊອບ​ແຄບ​ທະ​ເລ Hormuz; ພ້ອມ​ທັງ​ເນັ້ນ​ໜັກ​ວ່າ​ບໍ່​ມີ​ມາດ​ຕະ​ການ​ດ້ານ​ການ​ທະ​ຫານ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່​ພາ​ກ​ພື້ນ​ຕາ​ເວັນ​ອອກ​ກາງ.

ໃນ​ຂະ​ນະ​ນັ້ນ, ເມື່ອ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ອີ​ຣານ, ທ່ານ ລັດ​ຖະ​ມົນ​ຕີ​ກາ​ຕາ ກໍ່​ຮຽກ​ຮ້ອງ Tehran ແລະ Washington ຕັ້ງ​ໜ້າ​ເຂົ້າ​ຮ່ວມ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໄກ່​ເກ່ຍ. ວັນ​ທີ 13 ເມ​ສາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ກໍ່​ຢັ້ງ​ຢືນວ່າ​ອັງ​ກິດ​ບໍ່​ເຂົ້າ​ຮ່ວມ​ການ​ປິດ​ລ້ອມກອງ​ທັບ​ເຮືອ ​ ໂດຍ​ອາ​ເມ​ລິ​ກາ ລີ້ເລີ່ມ​. ໃນ​ຂະ​ນະ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ ຕວັກ​ກີ ກໍ່​ຖື​ວ່າ ​ຕ້ອງ​ເປີດເສັ້ນ​ທາງ​ຂົນ​ສົ່ງ​ຍຸດ​ທະ​ສາດ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ​ຄືນ​ໃໝ່ ຍິ່ງ​ໄວ​ກໍ່​ຍິ່ງ​ດີ.