ນັກສຶກສາ ຫວຽດນາມ, ລາວ, ກຳປູເຈຍ ແລະ ແຂກຖືກເຊີນ ໄດ້ຊີມອາຫານພື້ນເມືອງເຍື່ອງຕ່າງໆ, ກໍຄື ຊອກຮູ້ກ່ຽວກັບວັດທະນະທຳຂອງແຕ່ລະປະເທດ |
ດ້ວຍຫົວຂໍ້ “ສີສັນວັດທະນະທຳ ອິນດູຈີນ”, ງານບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ເປັນຕົ້ນແມ່ນ: ການສະແດງສິລະປະວັນນະຄະດີຊົມເຊີຍຄວາມສາມັກຄີ, ການພົວພັນຮ່ວມມືມິດຕະພາບຂອງ 3 ປະເທດ; ສະແດງຄືນບາງພິທີກຳພົ້ນເດັ່ນຕ່າງໆໃນໂອກາດບຸນປີໃໝ່ຂອງລາວ ແລະ ບຸນ Chol Chnam Thmay ຂອງຊາວເຜົ່າ ຂະແມ. ບີໂນ ພັນທິບສະຫວັດ - ນັກສຶກສາ ລາວ ພວມຮ່ຳຮຽນຢູ່ໂຮງຮຽນດັ່ງກ່າວ ໃຫ້ຮູ້ວ່າ:
“ແຕ່ລະປີ, ທາງໂຮງຮຽນລ້ວນແຕ່ໄດ້ຈັດບຸນປີໃໝ່ໃຫ້ພວກນ້ອງ ແລະ ນັກສຶກສາ ກຳປູເຈຍ. ພວກນ້ອງຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຈາກໂຮງຮຽນ, ບໍ່ວ່າໃນການຮ່ຳຮຽນ ແລະ ການພົບປະແລກປ່ຽນແບບນີ້”.
ເນື່ອງໃນໂອກາດນີ້, ນັກສຶກສາ ຫວຽດນາມ, ລາວ, ກຳປູເຈຍ ແລະ ແຂກຖືກເຊີນ ຍັງໄດ້ຊີມອາຫານພື້ນເມືອງເຍື່ອງຕ່າງໆ, ກໍຄື ຊອກຮູ້ກ່ຽວກັບວັດທະນະທຳຂອງແຕ່ລະປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

