ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Ria Novosti) |
ຕາມສຳນັກຂ່າວສານ ລັດເຊຍ Interfax ແລ້ວ, ວັນທີ 12 ສິງຫາ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະມີການພົບປະສອງຝ່າຍຢູ່ນະຄອນ Anchorage, ລັດ Alaska, ອາເມລິກາ ໃນວັນທີ 15 ສິງຫາ ຈະມາເຖິງ.
ຕອນເຊົ້າວັນທີ 15 ສິງຫາ, ທ່ານນາງ Caroline Levitt ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Donald Trump ຈະເດີນທາງໄປຍັງ Anchorage ເພື່ອເຂົ້າຮ່ວມການສົນທະນາກັບການນຳ ລັດເຊຍ Vladimir Putin. ທ່ານນາງເນັ້ນໜັກວ່າ ປະທານາທິບໍດີ ອາເມລິກາ ສະແດງຄວາມຕັດສິນໃຈຊຸກຍູ້ການຢຸດຕິບັນດາການກະທຳດ້ານການທະຫານຢູ່ ຢູແກຼນ, ຖືນີ້ແມ່ນບຸລິມະສິດແຖວໜ້າໃນໂຄງການດຳເນີນງານ.
ຕາມທ່ານນາງ Levitt ແລ້ວ, ການພົບປະໄດ້ດໍາເນີນພາຍໃຕ້ຮູບແບບສອງຝ່າຍ, ບໍ່ມີການເຂົ້າຮ່ວມຂອງຝ່າຍທີ່ສາມ ແລະ ມີການແລກປ່ຽນສະເພາະລະຫວ່າງການນຳສອງທ່ານ. ທຳນຽບຂາວບໍ່ຍົກເວັ້ນກໍລະນີທ່ານປະທານາທິບໍດີ ອາເມລິກາ ຈະຢ້ຽມຢາມ ລັດເຊຍ ໃນອະນາຄົດ, ກໍຄື ຈັດການພົບປະສາມຝ່າຍລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ. ນອກຈາກບັນຫາ ຢູແກຼນ ແລ້ວ, ທ່ານ Trump ກໍສະແດງຄວາມສົນໃຈເຖິງການປຶກສາຫາລືບັນດາຂົງເຂດຮ່ວມມືອື່ນ ເພື່ອແນໃສ່ປັບປຸງສາຍພົວພັນສອງຝ່າຍລະຫວ່າງ ລັດເຊຍ - ອາເມລິກາ.
ນັກຂ່າວ VOV ປະຈຳ ລັດເຊຍ

