ການຫຸ້ມຫໍ່ກຸ້ງເພື່ອສົ່ງອອກ (ພາບ: TTXVN) |
7 ເດືອນຜ່ານມາ, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸເກືອບ 39,7 ຕື້ USD, ເພີ່ມຂຶ້ນ 14,7%; ມູນຄ່າສົ່ງອອກເກີນດຸນຂອງຜະລິດຕະພັນດັ່ງກ່າວບັນລຸກວ່າ 11,5 ຕື້ USD, ເພີ່ມຂຶ້ນເກືອບ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕາມນັ້ນແລ້ວ, ກຸ່ມຜະລິດຕະພັນກະເສດສືບຕໍ່ນຳໜ້າ ດ້ວຍມູນຄ່າສົ່ງອອກຄາດວ່າບັນລຸເກືອບ 21,5 ຕື້ USD (ເພີ່ມຂຶ້ນ 17%), ຖັດມາແມ່ນຜະລິດຕະພັນເຄື່ອງປ່າຂອງດົງ ບັນລຸເກືອບ 10,4 ຕື້ USD (ເພີ່ມຂຶ້ນ 8,6%), ສິນໃນນ້ຳບັນລຸກວ່າ 6 ຕື້ USD (ເພີ່ມຂຶ້ນ 13,8%)… ອາຊີ ສືບຕໍ່ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ, ເຊິ່ງກວມເອົາ 42,6% ມູນຄ່າທັງໝົດ, ຖັດມາແມ່ນບັນດາຕະຫຼາດ ທະວີບ ອາເມລິກາ ແລະ ເອີຣົບ. ສິ່ງທີ່ໜ້າສົນໃຈແມ່ນ, ມູນຄ່າສົ່ງອອກໄປຍັງຕະຫຼາດ ເອີຣົບ ເພີ່ມຂຶ້ນເຖິງ 43,1% ເມື່ອທຽບໃສ່ໄລຍະດຽວກັນ.

