ໄລ່ລວມສອງເດືອນຕົ້ນປີ 2025, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸ 1,42 ຕື້ USD, ເພີ່ມຂຶ້ນ 19%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຈີນ, ຍີ່ປຸ່ນ, ອາເມລິກາ ແມ່ນ ສາມຕະຫຼາດສົ່ງອອກສິນໃນນ້ຳສົ່ງອອກຫຼາຍທີ່ສຸດຂອງ ຫວຽດນາມ, ກວມເອົາ 52,3%. ຕາມບັນດານັກຊ່ຽວຊານແລ້ວ, ການສົ່ງອອກສິນໃນນ້ຳໄປຍັງບັນດາຕະຫຼາດໃຫຍ່ອື່ນໆກໍ່ບັນລຸລະດັບເຕີບໂຕສູງກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ຄື: ສ.ເກົາຫຼີ, ອົດສະຕາລີ, ໄທ, ອັງກິດ, ການາດາ, ເຢຍລະມັນ, ລັດເຊຍ, ບຣາຊິນ… ໃນໄລຍະຈະມາເຖິງ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຄາດວ່າຈະສືບຕໍ່ມີທ່າເຕີບໂຕສູງກ່ວາຍ້ອນຄວາມຕ້ອງການໃນການຊົມໃຊ້ສິນໃນນ້ຳຢູ່ຫຼາຍຕະຫຼາດຍັງມີທ່າອ່ຽງເພີ່ມຂຶ້ນ.
ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຄາດວ່າຈະສືບຕໍ່ມີທ່າເຕີບໂຕ
(VOVWORLD) - ຕາມການສະຖະຕິຂອງກົມພາສີອາກອນ (ກະຊວງການເງິນ) ແລ້ວ, ເດືອນກຸມພາຜ່ານມາ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມບັນລຸກ່ວາ 655 ລ້ານ USD, ເພີ່ມຂຶ້ນ 44,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
