ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ (ພາບ: qdnd.vn) |
“ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ປະສົບຜົນສຳເລັດຢ່າງຈົບງາມ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ເມື່ອຕອບສຳພາດຕໍ່ວົງການຊື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແຕ່ວັນທີ 14 ເມສາ ຫາວັນທີ 15 ເມສາ.
ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ລ້ວນແຕ່ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢ່າງມີປະສິດທິຜົນ, ແລກປ່ຽນລົງເລິກກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາຂອງພາກພື້ນ, ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳທັງສອງທ່ານລ້ວນແຕ່ຢັ້ງຢືນວ່າ ການຢ້ຽມຢາມກາຍເປັນຂີດໝາຍໃໝ່ໃນການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ. ສິ້ນສຸດການຢ້ຽມຢາມ, ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມກ່ຽວກັບການສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ໃຫ້ມີຄວາມໝາຍຍຸດທະສາດ”. ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 45 ສະບັບໃນຫຼາຍຂົງເຂດ, ສ້າງປະຖົມປັດໄຈອັນໝັ້ນແກ່ນເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

