ນີ້ແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9
(ພາບ: QDND)

ຕອນບ່າຍວັນທີ 11 ເມສາ, ຢູ່ດ່ານຊາຍແດນມິດຕະພາບແຂວງ ລ້າງເຊີນ ໄດ້ດຳເນີນພິທີຕ້ອນຮັບຄະນະເສນາຮັກ ຈີນ ມາຢ້ຽມຢາມ ຫວຽດນາມ ແລະ ສົ່ງຄະນະເສນາຮັກ ຫວຽດນາມ ເດີນທາງໄປ ຈີນ ເພື່ອປະຕິບັດການເຄື່ອນໄຫວກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນສອງປະເທດເຂດຊາຍແດນ ຫວຽດນາມ - ຈີນ. ນີ້ແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9 ແລະ ແມ່ນປີທຳອິດທີ່ສອງຝ່າຍດຳເນີນການແລກປ່ຽນຄະນະກວດ, ປິ່ນປົວພະຍາດຢູ່ທັງ ຫວຽດນາມ ແລະ ຈີນ.

ຄະນະເສນາຮັກ ຫວຽດນາມ ໂດຍ ສະຫາຍພັນເອກ ເຈິ່ນກົງເຈື່ອງ, ຫົວໜ້າກົມເສນາຮັກ (ກົມພະລາທິການ - ເຕັກນິກ, ກະຊວງປ້ອງກັນປະເທດ ຫວຽດນາມ) ເປັນຫົວໜ້າຄະນະ ໄດ້ເດີນທາງໄປ ຈີນ ເພື່ອພ້ອມກັບຝ່າຍ ຈີນ ກະກຽມປະຕິບັດລາຍການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ ຈີນ. ພ້ອມດຽວກັນນັ້ນ, ຄະນະເສນາຮັກ ຈີນ ກໍເດີນທາງມາຍັງນະຄອນ ລ້າງເຊີນ ເພື່ອກະກຽມໃຫ້ແກ່ລາຍການສົມທົບກັບຄະນະເສນາຮັກ ຫວຽ,ນາມ ປະຕິບັດການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ ຫວຽດນາມ. ຕາມແຜນການ, ບັນດາຄະນະເສນາຮັກສອງປະເທດຈະຜັນຂະຫຍາຍວຽກງານກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໃຫ້ແກ່ປະຊາຊົນຢູ່ສອງຟາກຊາຍແດນໃນລະຫວ່າງວັນທີ 12 ແລະ 13 ເມສາ.

ຜ່ານການປະຕິບັດມາຫຼາຍປີ, ການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນເຂດຊາຍແດນໄດ້ນໍາມາເຊິ່ງປະສິດທິຜົນອັນແທດຈິງໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່ານັບພັນເທື່ອຄົນໄດ້ຮັບການກວດ, ປິ່ນປົວພະຍາດຢ່າງທັນການ, ປະກອບສ່ວນຍົກສູງສຸຂະພາບ, ປົວແປງຄຸນນະພາບການດຳລົງຊີວິດຂອງປະຊາຊົນເຂດຊາຍແດນ.